ໂອ້ລົມສົນທະນາກ່ຽວກັບເສດຖະກິດຂຽວຜ່ານບັນດາສາຍຕາ

ໂອ້ລົມສົນທະນາກ່ຽວກັບເສດຖະກິດຂຽວຜ່ານບັນດາສາຍຕາ - ảnh 1
(ການ​ໂອ້​ລົມ​ສົນທະນາ “​ເສດຖະກິດ​ຂຽວ​ຜ່ານ​ບັນດາ​ສາຍຕາ”)

(vovworld) -     ​ໄປ​ພ້ອມ​ກັບ​ການ​ເຕີບ​ໂຕ​ດ້ານ​ເສດຖະກິດ​ໂລກ​ໃນ​ບັນດາ​ທົດ​ສະ​ວັດ​ຜ່ານ​ມາ ​ແມ່ນ​ການ​ເພີ່ມ​ທະວີ​ສະພາບມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ລະບົບຊີວະ​ນາໆ​ພັນຊຸດ​ໂຊມ, ຊັບພະຍາກອນ​ທຳ​ມະ​ຊາດ​ຖືກ​ສູນຫາຍ​ຫຼາຍ ແລະ ການ​ປ່ຽນ​​ແປງ​ຂອງ​ດິນ​ຟ້າ​ອາກາດ​ເກີດ​ຂຶ້ນ​ຢ່າງ​ສັບສົນ. ການ​ໂອ້​ລົມ​ສົນທະນາ “​ເສດຖະກິດ​ຂຽວ​ຜ່ານ​ບັນດາ​ສາຍຕາ” ​ໄດ້​ດຳ​ເນີນ​ການ​​ໄຈ້​ແຍກ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ຂອງ​ວິ​ສາ​ຫະກິດ​ໃນ​ການ​ພັດທະນາ​ເສດຖະກິດ​ຂຽວ. ການໂອ້​ລົມ​ສົນທະນາ “​ເສດຖະກິດ​ຂຽວ​ຜ່ານ​ບັນດາ​ສາຍຕາ”, ​ໄດ້​ດຳ​ເນີນ​ໄປ​​ໃນ​ວັນ​ທີ 19/01 ຢູ່​ຮ່າ​ໂນ້ຍ, ​ໂດຍ​ສຸມ​ໃສ່ຫົວ​ຂໍ້ ວິ​ສາ​ຫະກິດ​ຂຽວ ຢູ່​ຫວຽດນາມ ​ແລະ  ປະກອບ​ສຳພາລະໃຫ້​ແກ່​ໄວໜຸ່ມ​ໃນ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ. ລາຍການ​ກໍຍັງ​ມີ​ການ​ແບ່ງປັນ​ຂອງ​ບັນດາ​ນັກ​ສຶກສາ​ກ່ຽວ​ກັບ​ຮູບ​ແບບ​ໝັ້ນຄົງ​ໃນ​ໂລກ ​ແລະ ​ຫວຽດນາມ. ​ເມື່ອ​ເວົ້າ​ກ່ຽວ​ກັບ​ບົດບາດ​ເສດຖະກິດ​ຂຽວ ​ໃນ​ໄລຍະ​ພັດທະນາ​ເສດຖະກິດ​ຄື​ປະຈຸ​ບັນ, ທ່ານ​ນາງ ຟ້າ​ມຈີ​ລານ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​​ໄດ້​ແບ່ງປັນ​ວ່າ.

        “​ໃນ​​ໄລຍະ​ຈະ​ມາ​ເຖິງ ຕ້ອງ​​ເນັ້ນ​ໜັກ​ເຖິງ​ເສດຖະກິດ​ຂຽວ​. ກ່ອນ​ອື່ນ​ໝົດ​ແມ່ນ​ເນັ້ນ​ໜັກ​ເຖິງ​ມາດຖານ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​​ເພື່ອເຮັດ​ແນວ​ໃດ​ໃຫ້​ການ​ພັດທະນາ​ໃກ້ຊິດ​ສະໜິດສະໜົມກັບ​ສິ່ງ​ແວດ​ລ້ອມ, ​ໄປ​ພ້ອມ​ກັບ​ການອະນຸລັກ​ຮັກສາ ​ແລະ ພັດທະນາ​ ສິ່ງ​ແວດ​ລ້ອມ ຫາກ​ບໍ່​ແມ່ນ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ຊົ່ວ​ຮ້າຍ​ລົງ. ທີ 2 ​ແມ່ນຕ້ອງ​ຕິດ​ພັນ​ກັບ​ການ​ປະຢັດ​ພະລັງງານ​ກໍ​ຄື​ທຸກໆ​ແຫຼ່ງຊັບພະຍາກອນ​ທຳ​ມະ​ຊາດ​ອື່ນ, ພວກ​ເຮົາ​ຕ້ອງ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ຕາມ​ທິດ​ນັ້ນ.”

ຂ່າວ/ບົດ​ອື່ນ