ໂອ້ລົມສົນທະນາພົນລະເມືອງອາຍຸ18ປີກັບການເລືອກຕັ້ງສະພາແຫ່ງຊາດ

ໂອ້ລົມສົນທະນາພົນລະເມືອງອາຍຸ18ປີກັບການເລືອກຕັ້ງສະພາແຫ່ງຊາດ - ảnh 1
ທ່ານ ຫງວຽນທ້ຽນເຍີນທີ່ການໂອ້ລົມສົນທະນາ
(ພາບ: TTXVN)

(vovworld) –  ວັນ​ທີ 29/3, ຄະນະ​ກຳມະການ​ແຫ່ງ​ຊາ​ດກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ ຮ່າ​ໂນ້ຍ ສົມທົບ​ກັນ​ຈັດ​ຕັ້ງ​ການ​ໂອ​້ລົມ​ສົນທະນາກັບ​ຊາວ​ໜຸ່ມ​ດ້ວຍ​ຫົວ​ຂໍ້ “ພົນ​ລະ​ເມືອງ ອາຍຸ 18 ປີ ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ”. ນີ້​ແມ່ນ​ລາຍການ​ພິ​ເສດ​ເພື່ອ​ແນ​ໃສ່​ໂຄສະນາ​ເຜີຍ​​ແຜ່​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ​ເພື່ອ​ໃຫ້​ຊາວ​ໜຸ່ມ, ພິ​ເສດ​ແມ່ນ​ຊາວ​ໜຸ່ມ​ມີ​ອາຍຸ 18 ປີ, ​ເຊິ່ງ​ແມ່ນຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ໄປ​ປ່ອນ​ບັດ​ເລື​ອກຕັ້ງ​ເຫັນ​ແຈ້ງ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ເລືອກ​ຕັ້ງ ​ແລະ ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ. ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນທະນາ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ​,​ຊີ້​ແຈ້ງວ່າ:

        “​ເພື່ອ​ປະກອບສ່ວນ​ໃຫ​້​ໄວ​ໜຸ່ມ​ມີ​ຄວາມ​​ເຊື່ອ​ໝັ້ນ​ຕົນ​ເອງ​ອອກ​ສະໝັກ​ຮັບເລືອກ​ຕັ້ງ, ຕ້ອງ​ມີ​ການ​ໜູນ​ຊ່ວຍ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ກ່ອນ​ອື່ນ​ໝົດ, ຄະນະ​ຊາວ​ໜຸ່ມ​ຄວນ​ມີ​ສະຕິ​ຄວາມ​ຮັບຜິດ​ຊອບ​ຖ​​້າຫາກ​ຊາວ​ໜຸ່ມ ​ແມ່ນ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ຕ້ອງ​ສ້າງ​ເງື່ອນ​ໄຂ​ເພື່ອ​​ໃຫ້​ເຂົາ​ເຈົ້າ​ເຂົ້າ​ໃຈ​ສະພາບ​ການ, ຄິດ​ໄລ່​ຊັ່ງຊາ​ກ່ວາ​ອີກ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ: ຄັ້ງ​ນີ້, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ແລະ ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ພ້ອມ​ກັບ​ສະພາ​ເລືອກຕັ້ງຈະສະ​ເໜີຜູ້​ແທນ​ແມ່ນ​ໄວ​ໜຸ່ມ​ຫຼາຍ​ກ່ວາ​ອີກ.”


ຂ່າວ/ບົດ​ອື່ນ