ໂອ້ລົມສົນທະນາວິທະຍາສາດ “ພົນເອກ ຫງວຽນຈີ໋ແທນ ໃນປະຫວັດສາດປະຕິວັດແຫ່ງຊາດ”

(VOVWORLD) - ໃນວັນທີ 2/7, ຢູ່ ຮ່າໂນ້ຍ, ໂຮງຮຽນນະຫາວິທະຍາໄລ ວິທະຍາສາດ ສັງຄົມ ແລະ ມະນຸດສາດ (ໂຮງຮຽນແຫ່ງຊາດຮ່າໂນ້ຍ) ສົມທົບກັບສະຖາບັນປະຫວັດສາດການທະຫານ ຫວຽດນາມ
ໂອ້ລົມສົນທະນາວິທະຍາສາດ “ພົນເອກ ຫງວຽນຈີ໋ແທນ ໃນປະຫວັດສາດປະຕິວັດແຫ່ງຊາດ” - ảnh 1ໂອ້ລົມສົນທະນາວິທະຍາສາດດ້ວຍຫົວເຫຼື່ອງ: “ພົນເອກ ຫງວຽນຈີ໋ແທນ ໃນປະຫວັດສາດປະຕິວັດແຫ່ງຊາດ” 

ຈັດຕັ້ງ ໂອ້ລົມສົນທະນາວິທະຍາສາດດ້ວຍຫົວເລື່ອງ: “ພົນເອກ ຫງວຽນຈີ໋ແທນ ໃນປະຫວັດສາດປະຕິວັດແຫ່ງຊາດ”, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເຖິງແກ່ມໍລະນະກຳຂອງ ພົນເອກ ຫງວຽນຈີ໋ແທນ ຄົບຮອບ 50 ປີ (6/7/1967 – 6/7/2017). ທ່ານ ພົນເອກ ຫງວຽນຈີ໋ແທນ ມີຊື່ແທ້ວ່າ ຫງວຽນວີ້ງ, ເກີດວັນ 1/1/1914, ທີ່ ຕາແສງ ກວາງທໍ້, ເມືອງ ກວາງດ່ຽນ, ແຂວງ ເທື່ອທຽນ - ເຫ໋, ເຂົ້າຮ່ວມ ການເຄື່ອນໄຫວປະຕິວັດນັບຕັ້ງແຕ່ ຄາວມີອາຍຸ 17 ປີ. ຊື່ ຫງວຽນຈີ໋ແທນ ໂດຍແມ່ນທ່ານ ປະທານ ໂຮ່ຈີ໋ມີນ ຕັ້ງຊື່ໃຫ້ ນັກປະຕິວັດໜຸ່ມ ຫງວຽນວີ້ງ, ເມື່ອ ພົບປະ ກັບເພີ່ນຄັ້ງທຳອິດ ຢູ່ ເຂດຖານທີ່ໝັ້ນ ວຽດບັກ, ເດືອນ 8/1945.

        ທ່ານ ພົນເອກ ຫງວຽນຈີ໋ແທນ ແມ່ນໜຶ່ງໃນບັນດາຜູ້ນຳທີດີເດັ່ນຂອງພັກ, ແມ່ນນາຍພົນຜູ້ເກັ່ງກ້າສາມາດ, ມີຄຸນສົມບັດ ຂອງ ກອງທັບປະຊາຊົນ ຫວຽດນາມ. ຄຳເຫັນປະກອບແລະ ບັນດາບົດທາບທາມຄວາມເຫັນຂອງບັນດານັກວິທະຍາສາດທີ່ການໂອ້ລົມສົນທະນາສືບຕໍ່ເຮັດແຈ້ງກວ່າບາງບັນຫາຕົ້ນຕໍ່: ບັນດາການປະກອບສ່ວນຂອງ ພົນເອກ ຫງວຽນຈີ໋ແທນ ໃນຖານະແມ່ນນັກທິດສະດີຜູ້ດີເດັ່ນ, ນັກຊີ້ນຳ ນຳພາພຶດຕິກຳ ຕົວຈິງທີ່ມີຄວາມເກັ່ງກ້າສາມາດ ສຳລັບພາລະກິດປະຕິວັດ ຫວຽດນາມ… ພ້ອມທັງ, ສືບຕໍ່ໄຈ້ແຍກ, ສັງເຂບ ແລະ ຖອດຖອນ ບັນດາບົດຮຽນທີ່ແທດຈິງຈາກຊີວິດເຄື່ອນໄຫວປະຕິວັດ ຂອງ ທ່ານ ພົນເອກ ຫງວຽນຈີ໋ແທນເພື່ອ ຮັບໃຊ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ ໃນປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ