ໂຮ​ງງານ​ຜະລິ​ດ​ເຄື່ອງອາ​ໄຫຼ່​ສິ້ນ​ສ່ວນ​ການບິນ​ອາ​ວະ​ກາດ ຢູ່ດ່າໜັງ ​ໄດ້​ນໍາ​ເຂົ້າ​ເຄື່ອນ​ໄຫວ

(VOVWORLD) -  ໂຮງງານຜະລິດເຄື່ອງອາໄຫຼ່ສິ້ນສ່ວນການບິນອາວະກາດ Sunshine ຂຶ້ນກັບກຸ່ມບໍລິສັດ UAC ຂອງ ອາເມລິກາ ເຊິ່ງຈະເປັນໂຮງງານສະໜອງສິ້ນສ່ວນຕ່າງໆຂອງເຮືອບິນ ປະເພດ Boeing 787, 777, 737 ແລະ ເຄື່ອງຈັກໃຫ້ແກ່ Rolls Royce ໄດ້ກໍ່ສ້າງສໍາເລັດແລ້ວ ແລະ ໄດ້ນໍາເຂົ້າໃຊ້ງານໄລຍະ 1 ນັບແຕ່ວັນທີ 29 ມີນາ ເປັນຕົ້ນໄປ, ໂດຍຕັ້ງຢູ່ເຂດອຸດສາຫະກໍາສູງດ່າໜັງ. 

      ໃນໄລຍະທີ 1 ນີ້, ທາງໂຮງງານຈະນໍາບັນດາເຂດຜະລິດພາກສ່ວນລະອຽດຕ່າງໆ ທີ່ໃຊ້ໃນຂະແໜງການບິນອາວະກາດ, ວັດຖຸດິບ ແລະ ປະກອບດ້ວຍອາລູມີຍົມປະສົມ. ໂຮງງານດັ່ງກ່າວ ໄດ້ເຄື່ອນໄຫວຕາມຮູບແບບຄົບວົງຈອນ ແລະ ໄດ້ນໍາໃຊ້ລະບົບເຄື່ອງຈັກ, ອຸປະກອນ, ເຕັກໂນໂລຢີທັນສະໄໝ, ປະຕິບັດຕາມບັນດາຂໍ້ກໍານົດຂອງລະບົບຄວບຄຸມຄວາມປອດໄພສາກົນຢ່າງເຂັ້ມງວດ. ບັນດາຜະລິດຕະພັນ ຈະໄດ້ສົ່ງອອກໄປຍັງບັນດາຕະຫຼາດເອີຣົບ, ອາເມລິກາເໜືອ ແລະ ມາເລເຊຍ. ເປັນທີ່ໄດ້ຮັບຊາບແລ້ວວ່າ: ໄລຍະທີ 2 ຂອງໂຄງການດັ່ງກ່າວ ຈະກໍ່ສ້າງສໍາເລັດໃນເດືອນເມສາ 2023, ເພື່ອແນໃສ່ເປີດກວ້າງການຜະລິດ.


ຕອບກັບ

ຂ່າວ/ບົດ​ອື່ນ