ໂຮງ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ​ຊຶເທິດ ພິມ​ຈຳ​ໜ່າຍ​ບັນ​ດາ​ສື່​ສິ່ງ​ພິມ​ທີ່​ມີ​ຄຸນ​ຄ່າ​ທາງທິດ​ສະ​ດີ

(VOVWORLD) - ຕອນເຊົ້າວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ,  ໂຮງພິມຈຳໜ່າຍການເມືອງແຫ່ງຊາດຊຶເທິດ ໄດ້ຈັດຕັ້ງພິທີປະກາດການພິມຈຳໜ່າຍຄັ້ງທີ 1 ປີ 2019. ໃນ 6 ເດືອນຜ່ານມາ, ໂຮງພິມດັ່ງກາວໄດ້ພິມຈຳໜ່າຍສື່ສິ່ງພິມປະມານ 400 ຢ່າງກ່ຽວກັບບັນດາຂົງເຂດການເມືອງ, ເສດຖະກິດ, ວັດທະນະທຳ, ສັງຄົມ.
ໂຮງ​ພິມ​ຈຳ​ໜ່າຍ​ການ​ເມືອງ​ແຫ່ງ​ຊາດ​ຊຶເທິດ ພິມ​ຈຳ​ໜ່າຍ​ບັນ​ດາ​ສື່​ສິ່ງ​ພິມ​ທີ່​ມີ​ຄຸນ​ຄ່າ​ທາງທິດ​ສະ​ດີ - ảnh 1

ພາບ: ສະພາບການໃນພິທີປະກາດ

    ການພິມຈຳໜ່າຍຄັ້ງນີ້ມີສື່ສິ່ງພິມສຳຄັນ ແລະ ມີຄຸນຄ່າດ້ານທິດສະດີ ແລະ ຄວາມໝາຍອັນໃຫ່ຍຫຼວງ 14 ຢ່າງໄດ້ພິມຈຳໜ່າຍ. ຮອງສາດສະດາຈານ, ດຣ ຫວຸ້ຈ້ອງເລິມ, ຮອງຜູ້ອຳນວຍການ, ຮອງບັນນາທິການໂຮງພິມຈຳໜ່າຍການເມືອງແຫ່ງຊາດຊຶເທິດ ໃຫ້ຮູ້ວ່າ:

  ປຶ້ມຫົວທຳອິດແມ່ນ: ຄວາມຕັດສິນໃຈສະກັດກັ້ນ ແລະ ຍູ້ການສໍ້ລາດບັງຫຼວງໃຫ້ຖອຍໄປຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫ່ຍ ປະທານປະເທດ, ທັງເປັນຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ຊື່ງລວມມີບົດປະກອບຄຳເຫັນ, ບົດຂຽນ, ບົດຕອບສຳພາດ 31 ບົດ. ປຶ້ມຫົວນີ້ປະກອບສ່ວນເພື່ອໃຫ້ພວກເຮົາເຊື່ອໝັ້ນວ່າ: ວຽກງານປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງໃນໄລຍະຈະມາເຖິງຈະສືບຕໍ່ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າກ່ວາອີກ. ທີສອງແມ່ນປຶ້ມທ່ານເລຂາທິການໃຫ່ຍ ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນໂດຍໜັງສືພິມປະຊາຊົນຄັດເລືອກ, ໂຮງພິມຈຳໜ່າຍການເມືອງແຫ່ງຊາດຊຶເທິດ ຮຽບຮຽງ ແລະ ພິມຈຳໜ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ