ໂຮງ​ລະ​ຄອນ ໂຮ່​ເກືອມ ແມ່ນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ

(VOVWORLD) - ການລົງທຶນກໍ່ສ້າງໂຮງລະຄອນ ໂຮ່ເກືອມ ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ພິເສດຂອງຄະນະພັກຕຳຫຼວດສູນກາງ, ການນຳກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຕໍ່ວຽກງານວັດທະນະທຳ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດກ່ຽວກັບວັດທະນະທຳ, ສິລະປະ ແລະ ສ້າງນະຄອນຫຼວງ ຮ່າໂນ້ຍ ແຫ່ງ “ອະລິຍາທຳ - ສິວິໄລ - ທັນສະໄໝ”.
ໂຮງ​ລະ​ຄອນ ໂຮ່​ເກືອມ ແມ່ນ​ສະ​ຖານ​ທີ່​ວັດ​ທະ​ນະ​ທຳ, ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ທາງ​ດ້ານ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ - ảnh 1ໂຮງລະຄອນໂຮ່ເກືອມ (ພາບ: TTXVN)

ຕອນເຊົ້າວັນທີ 9 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດນຳໃຊ້ໂຮງລະຄອນ ໂຮ່ເກືອມ ໂດຍກະຊວງຕຳຫຼວດ ສົມທົບກັບນະຄອນຮ່າໂນ້ຍ ຈັດຕັ້ງ.

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ: ການລົງທຶນກໍ່ສ້າງໂຮງລະຄອນ ໂຮ່ເກືອມ ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ພິເສດຂອງຄະນະພັກຕຳຫຼວດສູນກາງ, ການນຳກະຊວງຕຳຫຼວດ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຕໍ່ວຽກງານວັດທະນະທຳ, ປະກອບສ່ວນປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ລັດກ່ຽວກັບວັດທະນະທຳ, ສິລະປະ ແລະ ສ້າງນະຄອນຫຼວງ ຮ່າໂນ້ຍ ແຫ່ງ “ອະລິຍາທຳ - ສິວິໄລ - ທັນສະໄໝ”.

ໂດຍຕັ້ງຢູ່ເຮືອນເລກທີ 40-40A ຖະໜົນ ຮ່າງບາຍ, ເມືອງ ຮວ່ານກຽມ, ຮ່າໂນ້ຍ, ດ້ວຍພື້ນຖານດ້ານວັດຖຸທີ່ຄົບຊຸດ, ທັນສະໄໝ, ບັນລຸມາດຖານສາກົນ, ມີລະບົບການບໍລິການທີ່ຫຼາຍຮູບຫຼາຍແບບ, ໂຮງລະຄອນ ໂຮ່ເກືອມ ແມ່ນສະຖານທີ່ຈັດບັນດາເຫດການດ້ານການເມືອງ, ວັດທະນະທຳ, ສິລະປະຂອງ ພັກ, ລັດ, ກະຊວງຕຳຫຼວດ, ນະຄອນ ຮ່າໂນ້ຍ ດ້ວຍບົດບາດເປັນຄືຫໍປະຊຸມສາກົນ. ໂຮງລະຄອນດັ່ງກ່າວ ກໍເປັນສະຖານທີ່ທີ່ຈັບໃຈ ເພື່ອຮັບຊົມບັນດາລາຍການສະແດງສິລະປະຂອງປະຊາຊົນນະຄອນຫຼວງ ແລະ ປະຊາຊົນໃນທົ່ວປະເທດ, ເປັນບ່ອນເຊື່ອມຕໍ່ກັບບັນດາກິດຈະກຳວັດທະນະທຳສິລະປະ, ປະຫວັດສາດຢູ່ອ້ອມແອ້ມໜອງ ຮວ່ານກຽມ, ສ້າງເປັນສູນລວມວັດທະນະທຳຂອງນະຄອນຫຼວງ ຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ