ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູຈັດພິທີເປີດສົກຮຽນໃໝ່

ໂຮງຮຽນສອງພາສາລາວ-ຫວຽດ ຫງວຽນຢູຈັດພິທີເປີດສົກຮຽນໃໝ່ - ảnh 1
(ທ່ານ​ສາດສະດາຈານ, ດ.ຣ ກອງ​ສີ ​ແສງ​ມະນີ,
ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ກິລາ ລາວ)


(vovworld) – ວັນ​ທີ 08/09, ຢູ່​ນະຄອນຫຼວງ​ວຽງ​ຈັນ, ປະ​ເທດ​ລາວ, ຄູ​ສອນ, ນັກຮຽນ​ໂຮງຮຽນ​ສອງ​ພາສາ​ລາວ - ຫວຽດ ຫງວຽນ​ຢູ ​ໄດ້​ຈັດ​ພິທີໄຂສົກຮຽນ​ໃໝ່ 2015 – 2016. ນີ້​ແມ່ນ​ປີ​ທີ 2 ​ນັບ​ແຕ່​ເມື່ອກະຊວງ​ສຶກສາ ​ແລະ ກິລາ​ລາວ ຍົກ​ລະດັບ​ເປັນ​ໂຮງຮຽນ 2 ພາສາ. ​ເຂົ້າ​ຮ່ວມ​ພິທີ​​ເປີດ​ສົກຮຽນ​ໃໝ່, ທ່ານ​ສາດສະດາຈານ, ດ.ຣ ກອງ​ສີ ​ແສງ​ມະນີ, ລັດຖະມົນຕີ​ວ່າການ​ກະຊວງ​ສຶກສາ ​ແລະ ກິລາ ລາວ, ປາດ​ຖະໜາ​ວ່າ, ຄະນະ​ອະທິການ​ບໍດີ, ຄູ​ອາ​ຈານ ​ແລະ ນັກຮຽນ ພະຍາຍາມ​ສອນ​ດີ, ຮຽນ​​ເກັ່ງ ກວ່າ​ອີກ, ​ເພື່ອ​ກາຍ​ເປັນ​ໂຮງຮຽນ​​ແບບຢ່າງ, ​ນັກຮຽນ​ເກັ່ງນັບ​ມື້​ນັບ​​ເພີ່ມຂຶ້ນ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ​ຂອງ​ລາວ. ​ທ່ານອຸປະ​ທູດ ສະຖານທູດ​ຫວຽດນາມ ປະຈຳ​ລາວ ຮ່ວາງ​ຊວນ​ຫາຍ ປາດ​ຖະໜາ​ວ່າ, ບັນດາ​ຄູ​ອາຈານ, ນັກຮຽນ ຈະ​ປະຕິບັດ​ໜ້າ​ທີ່​​ເຊິ່ງກະຊວງ​ສຶກສາ ​ແລະ ກິລາ ລາວ​ ​ແລະ ລັດຖະບານ 2 ປະ​ເທດມອບ​ໝາຍ​ໃຫ້ ​ນັ້ນ​ແມ່ນ​ສ້າງ​ໂຮງຮຽນ​ກາຍ​ເປັນ​ໂຮງຮ​ຽນບຳລຸງ​ສ້າງ​ທີ່​ມີ​ຄຸນ​ນະພາ​ບສູງ, ​ແມ່ນ​ສັນຍາ​ຫຼັກຂອງ​ການ​ຮ່ວມ​ມື​ດ້ານ​ສຶກສາລະ​ຫວ່າງ 2 ປະ​ເທດ ກໍຄື​ແມ່ນ​ຂົວ​ເຊື່ອມ​ຕໍ່​ໃຫ້ການ​ຮ່ວມ​ມື​ມິດ​ຕະພາບ​ລະຫວ່າງ​ຫວຽດນາມ - ລາວ.

ຂ່າວ/ບົດ​ອື່ນ