ໂຮງແຮມ ເມື່ອງແທັງ ລູຊູຣີ ວຽງຈັນ ມອບຜະປູຕຽງ, ໝອນໃຫ້ແກ່ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງກອງທັບລາວ

(VOVWORLD) -ຫວັງວ່າ, ດ້ວຍບັນດາການປະກອບສ່ວນນ້ອຍໆຂອງໂຮງແຮມ ເມື່ອງແທັງ ລູຊູຣີ ວຽງຈັນ ຈະປະກອບສ່ວນໃດສ່ວນໜຶ່ງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ພ້ອມກັບລັດຖະບານລາວ.
ໂຮງແຮມ ເມື່ອງແທັງ ລູຊູຣີ ວຽງຈັນ ມອບຜະປູຕຽງ, ໝອນໃຫ້ແກ່ກຳລັງປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງກອງທັບລາວ - ảnh 1
(ພິທີມອບເຄື່ອງ)

ຫວ່າງແລ້ວນີ້, ໂຮງແຮງ ເມື່ອງແທັງ ລູຊູຣີ ວຽງຈັນ (Muong Thanh Luxury Vientiane) ໄດ້ມອບຜະປູຕຽງ, ຜ້າຫົ່ມ, ໝອນ ຈຳນວນ 200 ຊຸດ ແລະ ຜ້າຂົນຫນູ ຈຳນວນ 200 ອັນ ເຖິງໂຮມໝໍກາງສະໜາມ ຢູ່ກມທີ 27 ຂຶ້ນກັບກະຊວງປ້ອງກັນປະເທດລາວ. ນີ້ແມ່ນໜຶ່ງໃນບັນດາຫົວໜ່ວຍຫຼັກແຫຼ່ງໃນການປິ່ນປົ່ວບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ໃນໄລຍະຫວ່າງມໍ່ໆມານີ້.

ເພື່ອຮັບມືກັບສະພາບຈຳນວນກໍລະນີຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຢ່າງໄວ ນັບແຕ່ກາງ ແລະ ທ້າຍເດືອນ ເມສາ ມານີ້, ຄຽງຂ້າງ 3 ໂຮງໝໍຫຼັກປິ່ນປົວກໍລະນີຕິດເຊື້ອພະຍາດໂຄວິດ-19 ແມ່ນ ໂຮງໝໍ 150 ຕຽງ, ໂຮງໝໍເສນາຮັກ 103 ແລະ ໂຮງໝໍ ເສດຖາທິລາດ ດ້ວຍຈຳນວນ 216 ຕຽງ ແລ້ວ, ກະຊວງສາທາລະນະສຸກລາວ ໄດ້ດຳເນີນການສ້າງຕັ້ງໂຮງໝໍກາງສະໜາມຕື່ມອີກ 5 ແຫ່ງລວມມີ: ສູນກິລາບານເຕະແຫ່ງຊາດ ປະກອບ 150 ຕຽງ, ປະຈຸບັນກໍ່ເຕັມແລ້ວ; ສະໜາມຍິງປືນການທະຫານ KM27 ຄາດວ່າຈະປະກອບແຕ່ 300 – 500 ຕຽງ ປະຈຸບັນພວມຮອງຮັບບັນດາກໍລະນີຕິດເຊື້ອພະຍາດໂຄວິດ-19 ມາປິ່ນປົວ; ສະໜາມແຂ່ງຂັນກິລາ ລ້ານຊ້າງ ປະກອບ 300 ຕຽງ ແລະ ສູນກິລາ KM 16 ພວມສ້າງຕັ້ງ ເພື່ອກະກຽມໃຫ້ວຽກງານປ້ອງກັນ, ຕ້ານໂລກລະບາດຢູ່ລາວ.

ຫວັງວ່າ, ດ້ວຍບັນດາການປະກອບສ່ວນນ້ອຍໆຂອງໂຮງແຮມ ເມື່ອງແທັງ ລູຊູຣີ ວຽງຈັນ ຈະປະກອບສ່ວນໃດສ່ວນໜຶ່ງເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ພ້ອມກັບລັດຖະບານລາວ.

ຕອບກັບ

ຂ່າວ/ບົດ​ອື່ນ