ໂຮງໝໍກາງສະຫນາມຢູ່ ນະຄອນໂຮ່ຈີມິນ ຈະນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນວັນທີ 10 ກຸມພາ

(VOVWORLD) -ວັນທີ 8 ກຸມພາ ກອງບັນຊາການທະຫານ ນະຄອນ ແລະ ພະແນກສາທາລະນະສຸກ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການຜັນຂະຫຍາຍບັນດາການເຄື່ອນໄຫວກະກຽມເພື່ອນຳໂຮງໝໍກາງສະຫນາມເຂົ້າເຄື່ອນໄຫວຮັບໃຊ້ວຽກງານປ້ອງກັນຄວບຄຸມໂລກລະບາດ ໄວຣັດ ໂຄໂຣນາ ສາຍພັນໃຫມ່.

ໂຮງໝໍກາງສະຫນາມຢູ່ ນະຄອນໂຮ່ຈີມິນ ຈະນຳເຂົ້າເຄື່ອນໄຫວຢ່າງເປັນທາງການໃນວັນທີ 10 ກຸມພາ - ảnh 1ໂຮງຮຽນຝຶກອິບຮົມຂອງກອງບັນຊາການທະຫານນະຄອນໂຮ່ຈີມິນ ຈະໄດ້ນຳໃຊ້ເປັນໂຮງໝໍກາງສະຫນາມ

ພາບ:TTXVN

ໂຮງໝໍແຫ່ງນີ້ ຈະນຳເຂົ້າເຄື່ອນໄຫວໃນວັນທີ 10 ກຸມພາ ແລະ ທຳອິດ ໂຮງໝໍປິ່ນປົວພະຍາດເຂດຮ້ອນ ຈະຮັບຜິດຊອບກ່ຽວກັບພະນັກງານການແພດ ສ່ວນພະນັກງານຮັບໃຊ້ວຽກງານອື່ນຈະແມ່ນກອງບັນຊາການທະຫານນະຄອນຮັບຜິດຊອບ. ໂດຍອີງໃສ່ສະພາບການຂອງໂລກລະບາດ, ບັນດາໂຮງໝໍໃນນະຄອນ, ເມືອງ ຕ່າງໆ ຈະສົ່ງພະນັກງານການແພດ ມາປະຕິບັດຫນ້າທີ່ຢູ່ໂຮງໝໍນີ້.

ຕອບກັບ

ຂ່າວ/ບົດ​ອື່ນ