ໂຮງ​ໝໍ​ກາງ​ສະ​ໜາມ ແບກ​ມາຍ ສາ​ຂາ 2 ຢູ່ ຮ່າ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ຄົ​ນ​ເຈັບ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19

(VOVWORLD) -ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ ໄດ້ປະຕິບັດສຳເລັດບັນດາວຽກງານທີ່ກ່ຽວຂ້ອງເຖິງການກວດຫາເຊື້ອພະຍາດໂຄວິດ - 19 ແລະ ພ້ອມແລ້ວທີ່ຈະປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19. 
ໂຮງ​ໝໍ​ກາງ​ສະ​ໜາມ ແບກ​ມາຍ ສາ​ຂາ 2 ຢູ່ ຮ່າ​ນາມ ພ້ອມ​ແລ້ວ​ທີ່​ຈະ​ຮັບ​ເອົາ​ຄົ​ນ​ເຈັບ​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 - ảnh 1ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ (ພາບ: thanhnien.vn)

ວັນທີ 1 ພຶດສະພາ, ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນກວາງຕ໊ວນ, ຜູ້ອຳນວຍການໂຮງໝໍແບກມາຍ ໃຫ້ຮູ້ວ່າ: ພາຍຫຼັງຜັນຂະຫຍາຍມາເປັນເວລາ 24 ຊົ່ວໂມງ, ໂຮງໝໍກາງສະໜາມ ແບກມາຍ ສາຂາ 2 ຢູ່ ຮ່ານາມ ໄດ້ປະຕິບັດສຳເລັດບັນດາວຽກງານທີ່ກ່ຽວຂ້ອງເຖິງການກວດຫາເຊື້ອພະຍາດໂຄວິດ - 19 ແລະ ພ້ອມແລ້ວທີ່ຈະປິ່ນປົວໃຫ້ຄົນເຈັບຕິດເຊື້ອພະຍາດໂຄວິດ - 19. 

ຕອນບ່າຍວັນທີ 1 ພຶດສະພາ, ແຂວງ ຮ່ານາມ ໄດ້ສົ່ງຄົນເຈັບ F1 ທີ່ມີຄວາມສ່ຽງສູງ ມາປິ່ນປົວ ແລະ ຕິດຕາມສຸຂະພາບຢູ່ ໂຮງໝໍກາງສະໜາມ. ໂຮງໝໍດັ່ງກ່າວ ມີຕຽງນອນຄົນເຈັບ ຕື່ມອີກ 400 ໜ່ວຍ ໄດ້ນຳເຂົ້າໃຊ້ການ,  ອັນໄດ້ຍົກຍອດຈຳນວນຕ່ຽງນອນຄົນເຈັບຂຶ້ນເປັນ 500 ໜ່ວຍ, ມີຄົບເຄື່ອງຈັກອຸປະກອນ, ລະບົບ ອົກຊີ…. ໃນນັ້ນ ມີຕ່ຽງສຸກເສີນ 30 ໜ່ວຍ ທີ່ໄດ້ປະກອບ ແລະ ໝູນໃຊ້ເຕັກນິກສູງຢ່າງຄົບຖ້ວນ ນັບແຕ່ເຄື່ອງເອໂກ ຕະຫຼອດຮອດ ເຄື່ອງຊ່ວຍຫາຍໃຈ ເພື່ອຮັບໃຊ້ການປິ່ນປົວຄົນເຈັບ.

ຕອບກັບ

ຂ່າວ/ບົດ​ອື່ນ