ໂຮງໝໍກາງສະໜາມຂັ້ນ 2 ເລກທີ 4 ຂອງ ຫວຽດນາມ ປະຕິບັດສຳເລັດໜ້າທີ່ ແລະ ກັບເມືອປະເທດ

(VOVWORLD) - ພັນເອກ ຟ້າມແມັ້ງຖັງ ຮຽກຮ້ອງໃຫ້ບັນດາສະມາຊິກຂອງໂຮງໝໍປະຕິບັດວຽກງານສະຫລຸບ, ຕີລາຄາຄຸນນະພາບວຽກງານໃນອາຍຸການ, ພິເສດແມ່ນເລື່ອງຖອດຖອນບົດຮຽນ...
ໂຮງໝໍກາງສະໜາມຂັ້ນ 2 ເລກທີ 4 ຂອງ ຫວຽດນາມ ປະຕິບັດສຳເລັດໜ້າທີ່ ແລະ ກັບເມືອປະເທດ - ảnh 1ການຕ້ອນຮັບບັນດານັກຮົບປະຕິບັດງານກັບເມືອປະເທດ
(ພາບ: Minh Đức/TTXVN)

ຕອນຄ່ຳວັນທີ 9 ກໍລະກົດ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ (ຂຶ້ນກັບກະຊວງປ້ອງກັນປະເທດ) ໄດ້ຈັດພິທີຕ້ອນຮັບພະນັກງານ, ພາລະກອນຈາກໂຮງໝໍກາງສະໜາມຂັ້ນ 2 ເລກ 4 ທີ່ໄດ້ປະຕິບັດສຳເລັດໜ້າເທີ່ຮັກສາສັນຕິພາບ ສປຊ ຢູ່ ຊູດັງໃຕ້ ກັບເມືອປະເທດພາຍຫຼັງກ່ວາ 1 ປີທີ່ໄປປະຕິບັດໜ້າທີ່.

        ເປັນປະທານພິທີ, ທ່ານພັນເອກ ຟ້າມແມັ້ງຖັງ, ຫົວໜ້າກົມຮັກສາສັນຕິພາບ ສປຊ, ໄດ້ຝາກຄຳຂອບອົກຂອບໃຈມາຍັງບັນດາອົງການ, ຫົວໜ່ວຍຂອງກະຊວງປ້ອງກັນປະເທດ, ສະຖານທູດ ອົດສະຕາລີ, ຫ້ອງການທູດທະຫານ ອົດສະຕາລີ ປະຈຳ ຫວຽດນາມ ທີ່ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບກົມຮັກສາສັນຕິພາບ ຫວຽດນາມ ເພື່ອຜັນຂະຫຍາຍສຳເລັດໂຮງໝໍກາງສະໜາມຂັ້ນ 2 ເລກ 4. ພັນເອກ ຟ້າມແມັ້ງຖັງ ຮຽກຮ້ອງໃຫ້ບັນດາສະມາຊິກຂອງໂຮງໝໍປະຕິບັດວຽກງານສະຫລຸບ, ຕີລາຄາຄຸນນະພາບວຽກງານໃນອາຍຸການ, ພິເສດແມ່ນເລື່ອງຖອດຖອນບົດຮຽນ, ເປັນບ່ອນອີງເພື່ອຜັນຂະຫຍາຍບັນດາອາຍຸການຕໍ່ໄປໃຫ້ບັນລຸຜົນສຳເລັດ. ໂຮງໝໍກາງສະໜາມຂັ້ນ 2 ເລກ 4 ໄດ້ເປີດຕົວໃນວັນທີ 17 ພະຈິກ 2021, ດ້ວຍຈຳນວນສະມາຊິກ 63 ຄົນ, ໂດຍໄດ້ຜັນຂະຫຍາຍແທນທີ່ໃຫ້ໂຮງໝໍກາງສະໜາມຂັ້ນ 2 ເລກ 3 ຂອງ ຫວຽດນາມ ຢູ່ທີ່ຄະນະປະຕິບັດງານຢູ່ Bentiu, ປະເທດ ຊູດັງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ