ໂຮງ​ໝໍ​ກາງ​ສະ​ໜາມ​ເລກ​ 1 ຫ໋າຍ​ເຢືອງ​ໄດ້​ປະ​ຕິ​ລັດ​ສຳ​ເລັດ​ໜ້າ​ທີ່

(VOVWORLD) -ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ, ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 2 ກຸມພາ ເພື່ອ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍຫຼັງໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ຈີ໊ລິງ.
ໂຮງ​ໝໍ​ກາງ​ສະ​ໜາມ​ເລກ​ 1 ຫ໋າຍ​ເຢືອງ​ໄດ້​ປະ​ຕິ​ລັດ​ສຳ​ເລັດ​ໜ້າ​ທີ່ - ảnh 1ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ ໄດ້ຕັ້ງຢູ່ສູນສາທາລະນະສຸກ ນະຄອນຈີ໊ລິງ, ແຂວງຫ໋າຍເຢືອງ

ວັນທີ 28 ກຸມພາ, ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ (ຕັ້ງຢູ່ສູນສາທາລະນະສຸກ ນະຄອນຈີ໊ລິງ, ແຂວງຫ໋າຍເຢືອງ) ໄດ້ຍຸບເລີກພາຍຫຼັງການເຄື່ອນໄຫວມາເປັນເວລາ 1 ເດືອນ, ອັນໄດ້ສ້າງບາດກ້າວເດີນທີ່ສຳຄັນ, ນຳນະຄອນຈີ໊ລິງກັບຄືນສູ່ສະພາບການເປັນປົກກະຕິ ເລີ່ມແຕ່ວັນທີ 2 ມີນາ 2021.

        ໂຮງໝໍກາງສະໜາມເລກ 1 ຫ໋າຍເຢືອງ, ໄດ້ສ້າງຕັ້ງຂຶ້ນແຕ່ວັນທີ 2 ກຸມພາ ເພື່ອ ປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍຫຼັງໂລກລະບາດໂຄວິດ - 19 ເກີດຂຶ້ນຢູ່ ຈີ໊ລິງ. ໃນເວລາເກືອບ 1 ເດືອນ, ໂຮງໝໍໄດ້ຮັບຜູ້ຕິດເຊື້ອພະຍາດໂຄວິດ - 19 ປະມານ 300 ຄົນ ແລະ ມາຮອດປັດຈຸບັນ, ມີຜູ້ຕິດເຊື້ອ ປະມານ 250 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ. ທ່ານໝໍ ຮ່ວາງງອກເລິນ, ຜູ້ອຳນວຍການສູນສາທາລະນະສຸກນະຄອນ ຈິ໊ລິງ ແບ່ງປັນວ່າ:

        ໃນບັ້ນເຄື່ອນໄຫວນີ້, ພວກເຮົາຍາດໄດ້ໄຊຊະນະຢ່າງໃຫຍ່ຫຼາຍ. ທີ 1 ແມ່ນປິ່ວປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ - 19ຫາຍດີ, ບໍ່ປະໃຫ້ມີຜູ້ເສຍຊີວິດ, ທີ 2 ແມ່ນສາມາດຄວບຄຸມໂລກລະບາດໄດ້, ທີ 3 ແມ່ນບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນຕື່ມອີກ ແລະ ທີ 4 ແມ່ນພະນັກງານແພດໝໍບໍ່ມີຜູ້ໃດຕິດເຊື້ອ. ພວກຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍ່ປະຊາຊົນໝົດທຸກຄົນ, ບັນດາຜູ້ອຸປະຖຳ, ວິສາຫະກິດ, ໜ່ວຍງານທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ພວກຂ້າພະເຈົ້າໃນໄຊຊະນະຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ