ໂຮງໝໍສູນກາງກອງທັບ108ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ1

ໂຮງໝໍສູນກາງກອງທັບ108ຕ້ອນຮັບຫຼຽນໄຊປົກປັກຮັກສາປະເທດຊາດຊັ້ນ1 - ảnh 1
​ພິທີ​ຕ້ອນຮັບ​ຫຼຽນ​ໄຊ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຊັ້ນ 1
(ພາບ: ​Nguyen Nhung)

(vovworld) – ​  ຕອນ​ເຊົ້າ​ວັນ​ທີ 1/4, ຢູ່​ຮ່າ​ໂນ້ຍ ​ໂຮງໝໍ​ສູນ​ກາງ​ກອງທັບ 108 ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຫຼຽນ​ໄຊ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຊັ້ນ 1 ​ແລະ ພົບ​ປະ​ສັງ​ສັນ​ລະຫວ່າງ​ບັນດາການ​ນຳ, ພະນັກງານ, ພາລະ​ກອນ​ລຸ້ນຕ່າງໆ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ມູນ​ເຊື້ອ (1/4/1951 – 1/4/2016). ທ່ານ ​ຫງວຽນ​ຟູ໋ຈ້ອງ, ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ເຂົ້າ​ຮ່ວມ​ພິທີ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ພົນ​ຈັດຕະວາ ມາຍ​ຮົ່ງບ່າງ, ຜູ້ອຳນວຍການ​​ໂຮງໝໍ​ສູນ​ກາງ​ກອງທັບ 108, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່​ມຊ້ອນ, ທີ່​ຕັ້ງ​ບົດ​ບາດຂອງ​ໂຮງໝໍ​ພ​ິ​ເສດ​ນີ້ ​ແລະ ​ເພື່ອ​ຍົງ​ສູ​ງຄຸນ​ນະພາ​ບການ​ບົ່ງ​ມະຕິ, ​ປິ່ນປົວ​ພະຍາດ​ໃຫ້​ດີກ່ວາ​. ​ໄລຍະ​ຈະ​ມາ​ເຖິງ, ​ໂຮງໝໍ​ຈະ​ສືບ​ຕໍ່​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃນ​ທຸກໆ​ດ້ານ, ​ເພື່ອ​​ເທົ່າ​ທຽມ​ກັບ​ບັນດາ​ໂຮງໝໍ​ກ້າວໜ້າ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ, ສຸມ​ໃສ່​ບຳລຸງ​ສ້າງ​ຖັນ​ແຖວມີ​ວິຊາ​ສະ​ເພາະ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ມີ​ຄຸນ​ນະພາ​ບສູງ, ລົງທຶນ​ດ້ານວັດຖຸ​ອຸປະກອນ​ເຕັກ​ໂນ​ໂລ​ຢີກ້າວໜ​້າ, ທັນ​ສະ​ໄໝ, ຄົບ​ຊຸດ, ສ​​້າງການ​ຫັນປ່ຽນ​ພື້ນຖານ, ໜັກ​ແໜ້ນ​ໃນ​ວິຊາ​ສະ​ເພາະ”


ຂ່າວ/ບົດ​ອື່ນ