ໂຮ່ຈິມິນ - ຜູ້ນຳທີ່ຍິ່ງໃຫຍ່, ມີຄວາມປິຊາສາມາດ

ໂຮ່ຈິມິນ - ຜູ້ນຳທີ່ຍິ່ງໃຫຍ່, ມີຄວາມປິຊາສາມາດ - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາ​ເຊີດ​ຊູ​ປະທານ​ໂຮ່ຈິ​ມິນ, ການ​ນຳ​ທີ່​ຍິງ​ໃຫຍ່)

(vovworld) - ​​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ “ການ​ທູດ​ໂລກ”, ຕອນ​ຄໍ່າ​ວັນ​ທີ 14/04, ອົງການ​ຈັດ​ຕັ້ງ “ອີ​ຍີບ ​ແລ​ະ ​ໂລກ” ສົມທົບ​ກັນ​ສະຖານທູດ​ຫວຽດນາມ ປະຈຳ​ອີ​ຍີບ, ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ເຊີດ​ຊູ​ປະທານ​ໂຮ່ຈິ​ມິນ, ການ​ນຳ​ທີ່​ຍິງ​ໃຫຍ່, ນັກ​ວິລະ​ຊົນ​ປົກ​ປ່ອຍ​ຊາດ​ຂອງ​ຫວຽດນາມ, ນັກ​ການ​ທູດ​ທີ່​ດີ​ເດັ່ນ​ຂອງ​ໂລກ​ໃນ​ສະຕະວັດ​ທີ 20. ​ເຂົ້າ​ຮ່ວມກອງ​ປະຊຸມ​ສຳ​ມະ​ນາມີ​ບັນດາ​ນັກ​ການ​ທູດ, ນັກ​ປະພັນ, ຜູ້​ຊົງ​ຄຸນ​ວຸດ​ທິ, ວົງ​ການ​ນັກ​ຂ່າວ​ອີ​ຍີບ, ພາກ​ພື້ນ ​ແລະ ສາກົນ. ກ່າວ​ຄຳ​ເຫັນ​ນະທີ່​ນີ້, ທ່ານ Magdy Morgan, ປະທານ​ສະພາ​ຕິດຕາມກວດກາ​ສື​ສານ​ສູງ​ສຸດ​ອີ​ຍີບ, ​ປະທານ​ກອງ​ປະຊຸມ​ສຳ​ມະ​ນາ ຢືນຢັນ​ວ່າ.

        ​“ໂຮ່ຈິ​ມິນ ​ແມ່ນ​ຜູ້​ນຳ​ທີ່​ຍິ່ງ​ໃຫຍ່, ຜູ້​ທີ່ມີ​ຄວາມປີ​ຊາ​ສາມາດ. ​ເພີ່ນ​ແມ່ນ​ຜູ້ທີ່​ໄດ້​ຊີ້​ນຳ ນຳ​ພາ​ປະ​ເທດຫວຽດນາມ ຍາດ​ໄດ້​ໄຊຊະນະ​, ຂັບ​​ໄລ່​ຈັກກະພັດ​ອາ​ເມ​ລິ​ກາ ອອກ​ຈາກ​ປະ​ເທດ. ປະທານ​ໂຮ່ຈິ​ມິນ ​​ໄດ້​ນຳ​ພາຫວຽດນາມ​ໃຫ້ກາຍ​ເປັນ​ປະ​ເທດ​ໝັ້ນຄົງ​ເຂັ້ມແຂງ​ກວ່າ​ໃນ​ທຸກ​ຂົງ​ເຂດ, ຫາກບໍ່​ພຽງ​ແຕ່​ສະ​ເພາະ​ດ້ານການ​ທະຫານ​ເທົ່າ​ນັ້ນ. ຂ້າພະ​ເຈົ້າ​ໄດ້​ຕີ​ລາຄາ​ສູງ​ຊາວ​ຫວຽດນາມ ຍ້ອນ​ເຂົາ​ເຈົ້າຮັກຫອມ​ຜູ້ນຳ​ຂອງ​ຕົນ ​ແລະ ບໍ່​ມີ​ວັນ​ຫຼົງ​ລືມ​​ເພີ່ນໄດ້. ຍາມ​ໃດຊາວ​ຫວຽດນາມ ກໍ່ພ້ອມ​ແລ້ວ​ທີ່​ຈະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ເຊີດ​ຊູ ​ແລະ ຕອບ​ບູນ​ແທນ​ຄຸນ​ເພີ່ນ. ວັນ​ນີ້, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ມີ​ຄວາມ​ຜາ​ສຸກ ​ແລະ ​ເອກອ້າງ​ຖະນົງ​ໃຈ​ທີ່​​ໄດ້​ເຊີດ​ຊູ​ຜູ້ນທີ່ຳ​ຍິ່ງ​ໃຫຍ່​​ໂຮ່ຈິ​ມິນ, ​​ເຊິ່ງເປັນ​ຜູ້ທີ່​ເຮັດ​ໃຫ້​ບັນດາ​ຊາດ ​ແລະ ການ​ນຳ​ປະ​ເທດ​ອື່ນ​ໆຮູ້ຈັກ​​ເຖິງຫວຽດນາມ ໃນ​ວັນ​ນີ້ ​ແລະ ​ແງ່​ຫວັງພັດທະນາ​​ໃນ​ອະນາຄົດ”.

ຂ່າວ/ບົດ​ອື່ນ