ໂຮ້ຍອານ ຕ້ອນຮັບ Festival ມໍລະດົກ ກວາງນາມ 2013

ໂຮ້ຍອານ ຕ້ອນຮັບ Festival ມໍລະດົກ ກວາງນາມ 2013 - ảnh 1
(ພາບປະກອບ)

(vovworld) - ​ໃນ​ຂອບ​ເຂດ Festival ມໍລະດົກ ກວາງ​ນາມ ຄັ້ງ​ທີ 5 ປີ 2013, ຕອນ​ເຊົ້າ​ວັນ​ທີ 22/06, ຢູ່​ນະຄອນ​ໂຮ້ຍອານ ​ໄດ້​ດຳ​ເນີນ​ກອງ​ປະຊຸມ “ການພົບ​ປະລະຫວ່າງ​ທ້ອງ​ຖິ່ນ ​ແລະ ຄະນະ​ທູຕານຸທູດ”. ກອງ​ປະຊຸມ​ໄດ້​ດຶງ​ດູດ​ຜູ້​ແທນ​​ເກືອບ 120 ຄົນເຂົ້າ​ຮ່ວມ, ສຸມ​ໃສ່​ປຶກສາ​ຫາລື 3 ​ເນື້ອ​ໃນ​ຕົ້ນ​ຕໍ່​ຄື: ການ​ພັດທະນາ​ເສດຖະກິດ - ສົງ​ຄົມ​ຢ່າງ​ໝັ້ນຄົງ; ພັດທະນາ ​ແລະ​ ນຳ​ໃຊ້​ແຫຼ່ງຊັບພະຍາກອນ​ມະນຸດ; ພັດທະນາ​ວັດທະນະທຳ ​ແລະ ທ່ອງ​ທ່ຽວ. ທີ່​ກອງ​ປະຊຸມ, ທ່ານ​ນາງຮອງລັດຖະມົນຕີ​ກາ​ນຕ່າງປະ​ເທດ​ຫວຽດນາມ ຫງວຽນ​ເຟືອງ​ງາ ຢືນຢັນ​ວ່າ.

        “​ເວທີ​ປາ​ໄສ​ຄັ້ງ​ນີ້ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ, ບັນດາ​ການ​ນຳ​ ​ທ້ອງ​ຖິ່ນຕ່າງໆ​ຂອງ​ຫວຽດນາມ ສຳ​ພັດ​ກັບ​ຄະນະ​ທູຕານຸທູດ, ກັບ​ບັນດາ​ເອກ​ອັກຄະ​ລັດຖະທູດ. ຜ່ານ​ນັ້ນ​ສາມາດ​ໂຄສະ​ນາ​ທ່າ​ແຮງ, ຄວາມ​ສາມາດ​ບົນ​ຊ​້ອນ​ໃນ​ການ​ຮ່ວມ​ມື, ນະ​ໂຍບາຍ​ພັດທະນາ​ຂອງ​ທ້ອງ​ຖິ່ນ​ຕົນ, ​ເພື່ອ​ເຮັດ​ແນວ​ໃດ ພວມ​​ເຮົາ​ສາມາດ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົມຊ້ອນ​ຂອງ​ແຕ່ລະ​ຝ່າຍ, ພ້ອມ​ກັນ​ຊຸກຍູ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຜົນ​ປະ​ໂຫຍ​ດ”.

        ​ແລະ​ກໍ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ຢູ່​ໂຮງ​ລະຄອນ​​ໂຮ້ຍອານ, ​ແຂວງ​ກວາງ​ນາມ, Festival ມໍລະດົກ ກວາງ​ນາມ ຄັ້ງ​ທີ 5 ປີ 2013 ​ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ. Festival ຈະ​ດຳ​ເນີນ​ແຕ່​ວັນ​ທີ 22 – 26/06, ​ຊຶ່ງແມ່ນ​ວັນ​ບຸນ​ຂອງ​ບັນດາ​ມໍລະດົກ​ວັດທະນະທຳ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ບັນດາ​ມໍລະດົກ​ຢູ່​ທຸກ​ແທບ​ຖິ່ນ​ຂອງ​ຫວຽດນາມ. ທ່ານ ດິງຮ່າຍ, ຫົວໜ້າ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ແຂວງ ກວາງ​ນາມ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ໃຫ້​ຮູ້​ວ່າ.

        “ມາ​ຮອດ​ຈຸ​ດເວລາ​ນີ້, ອາດ​ສາມາດ​ເວົ້າ​ໄດ້​ວ່າ​ລາຍການ​ທີ່​ໄດ້​ວາງ​ອອກ ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ດີງາມ. ກ່ອນ​ອື່ນ​ໝົດ​ແມ່ນ​ວຽກ​ງານ​ກະກຽມ​ຂອງ​ບັນດາ​ຫົວ​ໜ່ວຍ​ເຂົ້າ​ຮ່ວມ, ທີ 2 ​ແມ່ນ​ການກະກຽມ​ຂອງ​ທ້ອງ​ຖິ່ນ ​ແລະ ນັບ​ທັງ​ການ​ກະກຽມ​ຂອງ​ບັນດາ​ເພື່ອ​ນມິດ​ຢູ່​ບັນດາຫົວໜ່ວຍ​ສາກົນ. ສ່ວນ​ຝ່າຍ​ກວາງ​ນາມ, ​ໄດ້​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ສ້າງ​ເງື່ອນ​ໄຂ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ຕ້ອນຮັບ​ບັນດາ​ຫົວໜ່ວຍ​ເຂົ້າ​ຮ່ວມ ກໍ​ຄື​ແຂກ​ທ່ອງ​ທ່ຽວມາ​ຢ້ຽມຢາມແຂວງ​ກວາງ​ນາມ​ໃນ​ຈຸດ​ເວລາ​ນີ້.”

ຂ່າວ/ບົດ​ອື່ນ