ໂຮ້ຍອານ ໄດ້ຮັບການ ຄັດເລືອກເປັນຈຸດນັດພົບທີ່ດູດດື່ມກ່ວາໝູ່ ໃນໂລກ

ໂຮ້ຍອານ ໄດ້ຮັບການ ຄັດເລືອກເປັນຈຸດນັດພົບທີ່ດູດດື່ມກ່ວາໝູ່ ໃນໂລກ - ảnh 1

ທ່ອງ​ທ່ຽວ​ໂຮ້ຍອານ

(ພາບ:tourdulichhoian.dulichvietnam.com.vn)

(vovworld): ວາລະສານ​ທ່ອງ​ທ່ຽວ Wanderlust ​ທີ່​ມີ​ຊື່​ສຽງ​ຂອງ​ອັງກິດ ສະບັບ​ອອກ​ວັນ​ທີ 31/1 ​ໄດ້​ປະກາດວ່າ: ​ນະຄອນ​ໂຮ້ຍອານ ​ຂອງ​ຫວຽດນາມ ​ໄດ້ຮັບ​ການ​ຄັດເລືອກ​​ແມ່ນ​ນະຄອນ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ຈາກ​ຜູ້​ອ່ານ. ຕາມ​ວາລະສານ​ສະບັບ​ດັ່ງກ່າວ​ແລ້ວ, ຜູ້​ອ່ານ​ຫຼາຍ​ຄົນ​ຂອງ​ເຂົາ​ເຈົ້າ​ແມ່ນ​ບັນດາ​ນັກ​ທ່ອງ​ທ່ຽວ​ຂະຫຍັນ​ຂັນ​ເຂື່ອນ​ກ່ວາ​ໝູ່​ໃນ​ປະ​ເທດ​ອັງກິດ ​ແລະ ​ເກືອບ 3000 ຄົນ​ໃນ​ຈຳນວນ​ເຫຼົ່ານັ້ນ​ໄດ້​ເລືອກ​ເຟັ້ນບັນດາ​ລາງວັນທ່ອງ​ທ່ຽວ​ປີ​ນີ້, ​ໃນ​ນັ້ນມີ​ລາງວັນ​ນະຄອນ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບກ່ວາ​ໝູ່. ອີງ​ຕາມການ​ສັງ​ເຫດ​ຕີ​ລາຄາໃນ​ການ​​ທ່ອງ​ທ່ຽວ​ຢູ່​ໂຮ້ຍອານ, ນັກ​ທ່ອງ​ທ່ຽວ​​ໄດ້​ປ່ອນ​ບັດ​ຕີ​ລາຄາລະດັບ​ຄວາມ​ພຶງ​ພໍ​ໃຈ​ຂຶ້ນ​ເຖິງ 97,18%. ທີ່​ພິທີ​ມອບ​ລາງວັນ​ໄດ້​ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ລອນ​ດອນ, ທ່ານ​ນາງ Lyn Hughes ຜູ້​ສ້າງຕັ້ງຮ່ວມ​ວາລະສານ Wanderlust ​ແລະ ປະຈຸ​ບັນ​ແມ່ນ​ຫົວໜ້າ​ບັນນາທິການ​ວາລະສານ ​ໄດ້​ມອບ​ໃບຢັ້ງຢືນ​ນະຄອນ​ໂຮ້ຍອານ ​ໄດ້​ຮັບລາງວັນ​ຄຳ​ໃຫ້​ແກ່​ທ່ານ​ນາງ ​ເລ​ທິທູ​ຮັ່ງ, ທີ່​ປຶກສາສະຖານທູດ​ຫວຽດນາມ ປະຈຳ​ອັງກິດ. ທ່ານ​ນາງ Lyn Hughes ​ໃຫ້​ຮູ້​ວ່າ: ປີ​ນີ້​ມີ​ທັງ​ໝົດ 976 ນະຄອນ​ໄດ້​ຮັບ​ການ​ຄັດເລືອກ​​ແຕ່​ບໍ່​ທັນ​ມີ​ແຫ່ງ​ໃດ​ໄດ້ຣັບການ​ຕີ​ລາຄາ​ສູງ​ຄື​ໂຮ້ຍອານ, ຖັດຈາກ​ໂຮ້ຍອານ ​ແມ່ນ​ນະຄອນ Cusco ຂອງ Peru ​ໄດ້​ຮັບ 95,76% ລະ​ດັບ​ຄວາມ​ພຶງ​ພໍ​ໃຈ, ຕໍ່​ຈາກ​ນັ້ນ​ແມ່ນ​ນະຄອນ​ກຽວ​ໂຕ ຂອງ​ຍີ່ປຸ່ນ ດ້ວຍ​ລະດັບ 94,81%.

 

ຂ່າວ/ບົດ​ອື່ນ