ໂຮນລັງ ກຳນົດວັນ ເລືອກຕັ້ງທົ່ວປະເທດ ກ່ອນກຳນົດເວລາ

ໂຮນລັງ ກຳນົດວັນ ເລືອກຕັ້ງທົ່ວປະເທດ ກ່ອນກຳນົດເວລາ - ảnh 1
ທ່ານ Mark Rutte, ນາຍົກລັດຖະມົນຕີ​ຈະ​ໝົດ​ອາ​ຍຸ​ການ​ໂຮນ​ລັງ
(ພາບ: ອີນເຕີເນັດ)

(vovworld) - ວັນ​ທີ 28/4, ນາຍົກລັດຖະມົນຕີ​ຈະ​ໝົດ​ອາ​ຍຸ​ການ​ໂຮນ​ລັງ ທ່ານ​ Mark Rutte ​ໄດ້​ປະກາດ​ວ່າ: ປະ​ເທດ​ນີ້​ຈະ​ດຳ​ເນ​ີນການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ກ່ອນ​ກຳນົດ​ເວລາ​ໃນ​ວັນ​ທີ 12/9/2012 ​ເພື່ອ​ເປີດ​ຊ່ອງ​ທາງ​​ໃຫ້​ແກ່​ການ​ສ້າງ​ຕັ້ງ​ລັດຖະບານ​ໃໝ່ ​ແທນ​ໃຫ້​ລັດຖະບານ​ປະຈຸ​ບັນ​ໄດ້​ຂໍຍຸດ​ເລີກ​ແລ້ວ. ວັນ​ທີ 23/4 ຜ່ານ​ມາ, ທ່ານ Mark Rutte ​ໄດ້​ຍືນ​ສະ​ເໜີ​​ໃບ​ລາ​ອອກ​ຈາກ​ຕຳ​ແໜ່​ງ ຕໍ່​ພະລາ​ຊີ​ນີ Beatrix ພາຍຫຼັງ​ລັດຖະບານ​​ໂດຍ​ທ່ານ​ນຳ​ໜ້າ ​ແລະ ພັນທະ​ມິດ​ໃນ​ສະພາ​ແຫ່ງ​ຊາດ​ແມ່ນ​ພັກ​ເສລີ (ຫຼື PVV) ບໍ່​ບັນລຸ​ຄວາມ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ແຜນການຮັດ​ເຂັມ​ຄັດ ​ເພື່ອ​ແນ​ໃສ່​ນຳ​ປະ​ເທດ​ນີ້​ຫຼຸດ​ພົ້ນ​ອອກ​ຈາກ​​ວິ​ກິດການ. ວັນ​ທີ 24/4, ພະລາ​ຊີ​ນີ Beatrix  ຮຽກຮ້ອງ​ໃຫ້​ທ່ານ Mark Rutte ຍຸດ​ເລີກ ສະພາ​ແຫ່ງ​ຊາດ ​ແຕ່​ວ່າ​ຮຽກຮ້ອງ​ໃຫ້​ຄະນະ​ລັດຖະບານ​ສື​ບຕໍ່​ປະຕິບັດ​ທຸກໆ​ສິ່ງ​ທີ່​ຈຳ​ເປັນ​ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ປະ​ເທດ​ຊາດ​ຮອດ​ຈຸດ​ເວລາ​ທີ່​ລັດຖະບານ​ໃໝ່​ໄດ້​ຮັບ​ການ​ສ້າງ​ຂຶ້ນ.

ຂ່າວ/ບົດ​ອື່ນ