ໂຮນລັງ ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນມົນລະພິດສິ່ງແວດລ້ອມຍ້ອນຂີ້ເຫຍື້ອຢາງປລາດສະຕິກ

(VOVWORLD) -ຮູບແບບເກັບຂີ້ເຫຍື້ອຢູ່ແມ່ນ້ຳ ເຮົ້າ ລວມມີເຄື່ອງຈັກ Litter Tramps (ຈັກເກັບຂີ້ເຫຍື້ອ) ອັດຕະໂນມັດປະຢັດພະລັງງງານ, ຕາມກົນໄກດູດຂີ້ເຫຍື້ອທີ່ຟູຢູ່ໜ້ານ້ຳເຂົ້າຖົງ
ໂຮນລັງ ໜູນຊ່ວຍ ຫວຽດນາມ ຫຼຸດຜ່ອນມົນລະພິດສິ່ງແວດລ້ອມຍ້ອນຂີ້ເຫຍື້ອຢາງປລາດສະຕິກ - ảnh 1(ການນຳນະຄອນ ເກີນເທີ ທີ່ການເຮັດວຽກ)

ວັນທີ 10 ມັງກອນ, ຢູ່ ເກີນເທີ, ການນຳນະຄອນ ໄດ້ເຮັດວຽກກັບຜູ້ຕາງໜ້າສະຖານທູດແຫ່ງລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ, ອົງການ Clear Rivers ກ່ຽວກັບການຜັນຂະຫຍາຍໂຄງການທົດລອງເກັບຂີ້ເຫຍື້ອຢູ່ແມ່ນ້ຳ ເຮົ້າ.

        ທ່ານ Ramon Knoester, ຜູ້ອຳນວຍການກໍ່ຕັ້ງອົງການ Clear Rivers, ໃຫ້ຮູ້ວ່າ ຮູບແບບເກັບຂີ້ເຫຍື້ອຢູ່ແມ່ນ້ຳ ເຮົ້າ ລວມມີເຄື່ອງຈັກ Litter Tramps (ຈັກເກັບຂີ້ເຫຍື້ອ) ອັດຕະໂນມັດປະຢັດພະລັງງງານ, ຕາມກົນໄກດູດຂີ້ເຫຍື້ອທີ່ຟູຢູ່ໜ້ານ້ຳເຂົ້າຖົງ,  ແຕ່ລະອາທິດເກັບຂີ້ແຫຍື້ອຢາງປລາດສະຕິກໄດ້ປະມານ 8 ແມັດກ້ອນ. ປະລິມານຂີ້ເຫຍື້ອຢາງປລາດສະຕິກດັ່ງກ່າວຈະໄດ້ນຳມາຜະລິດຄືນໃໝ່ຕາມຮູບແບບເສດຖະກິດໝູນວຽນ.

        ທ່ານຮອງເອກອັກຄະລັດຖະທູດແຫ່ງລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ Christoph Prommersberger ໃຫ້ຮູ້ວ່າ, ໂຮນລັງ ມີວິສາຫະກິດຫຼາຍແຫ່ງທີ່ມີທ່າແຮງ ແລະ ມີບົດຮຽນໃນຂົງເຂດເກັບ, ແກ້ໄຂສິ່ງເສດເຫຼືອຢູ່ໜ້ານ້ຳ, ທະເລ. ໂຮນລັງ ປາດຖະໜາວ່າ ຜ່ານບັນດາໂຄງການດັ່ງກ່າວຈະຮ່ວມແຮງຮ່ວມໃຈພ້ອມກັບ ຫວຽດນາມ ຫຼຸດຜ່ອນການກໍ່ມົນລະພິດຕໍ່ສິ່ງແວດລ້ອມ ຍ້ອນຂີ້ເຫຍື້ອຢາງປລາດສະຕິກ.

ຕອບກັບ

ຂ່າວ/ບົດ​ອື່ນ