ໂຮນ​ລັງ​ມີ​ຄວາມປາ​ດ​ຖະ​ໜາຢາກ​ຮ່ວມ​ມື​ກັບ ຫວຽດ​ນາມ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ປະ​ເທດ

(VOVWORLD) -ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນປີ ສະເຫຼີມສະຫຼອງພິເສດນີ້, ສອງປະເທດປາດຖະໜາ ການພົວພັນລະຫວ່າງສອງປະເທດຈະແໜ້ນແຟ້ນຜ່ານການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ່ວາອີກ ກ່ຽວກັບບັນດາມາດຕະການເຕັກໂນໂລຢີປ່ຽນແປງໃໝ່ປະດິດຄິດສ້າງ ໃນຂົງເຂດກະສິກຳ, ນ້ຳປະປາ, logistics, ເຕັກໂນໂລຢີ ສູງ, ພະລັງງານສີຂຽວ ແລະ ເສດຖະກິດໝູນວຽນ.
ໂຮນ​ລັງ​ມີ​ຄວາມປາ​ດ​ຖະ​ໜາຢາກ​ຮ່ວມ​ມື​ກັບ ຫວຽດ​ນາມ ເພື່ອ​ຜົນ​ປະ​ໂຫຍດ​ລວມ​ຂອງ​ສອງ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ Kees van Baar  (ພາບ: TTXVN)

ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂຮນລັງ ປະຈຳ ຫວຽດນາມ Kees van Baar ຢັ້ງຢືນວ່າ ໂຮນລັງມີຄວາມປາດຖະໜາຢາກຮ່ວມມືກັບ ຫວຽດນາມ ເພື່ອຜົນປະໂຫຍດລວມຂອງສອງປະເທດ ເມື່ອຕອບສຳພາດຕໍ່ນັກຂ່າວເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ໂຮນລັງ (9/4/1973 - 9/4/2023).

ຕາມທ່ານເອກອັກຄະລັດຖະທູດແລ້ວ, ໃນປີ ສະເຫຼີມສະຫຼອງພິເສດນີ້, ສອງປະເທດປາດຖະໜາ ການພົວພັນລະຫວ່າງສອງປະເທດຈະແໜ້ນແຟ້ນຜ່ານການຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກ່ວາອີກ ກ່ຽວກັບບັນດາມາດຕະການເຕັກໂນໂລຢີປ່ຽນແປງໃໝ່ປະດິດຄິດສ້າງ ໃນຂົງເຂດກະສິກຳ, ນ້ຳປະປາ, logistics, ເຕັກໂນໂລຢີ ສູງ, ພະລັງງານສີຂຽວ ແລະ ເສດຖະກິດໝູນວຽນ, ກໍ່ຄືແລກປ່ຽນວັດທະນະທຳ ແລະ ການພົວປະແລກປ່ຽນປະຊາຊົນ. ທ່ານ Kees van Baar ກໍ່ຢັ້ງຢືນວ່າການພົວພັນຂອງສອງປະເທດ ບໍ່ພຽງແຕ່ພັດທະນາໃນຂົງເຂດການຄ້າ ແລະ ການລົງທຶນເທົ່ານັ້ນ ຫາກຍັງສະແດງໃຫ້ເຫັນຜ່ານຫຼາຍການເຄື່ອນໄຫວແລກປ່ຽນວັດທະນະທຳ, ດົນຕີ ແລະ ການຖ່າຍຮູບອີກດ້ວຍ. ການຮ່ວມມືສອງຝ່າຍ ໄດ້ຮັບການຊຸກຍູ້ຜ່ານການເຊື່ອມຕໍ່ບັນດາອົງການລັດຖະບານ, ວິສາຫະກິດ, ສະຖາບັນຄົ້ນຄ້ວາ ແລະ ສຳຄັນທີ່ສຸດແມ່ນ ປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ