ໂຮນລັງຮັບດຳລົງຕຳແໜ່ງໜ້າທີ່ເປັນປະທານສະພາເອີລົບ

ໂຮນລັງຮັບດຳລົງຕຳແໜ່ງໜ້າທີ່ເປັນປະທານສະພາເອີລົບ - ảnh 1
(ພາບປະກອບ)

(vovworld) – ​ ນັບ​ແຕ່​ວັນ​ທີ 1/1/2016, ​ໂຮ​ນລັງ ຈະຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ສະພາ ​ເອີ​ລົບ ທີ່ຜັດປ່ຽນ​ກັນ​​ໃນໄລຍະ​ເວລາ​ 6 ​ເດືອນ. ອາຍຸ​ການ​ເປັນ​ປະທານ​ສະພາ ​ເອີ​ລົບ ຂອງ ​ໂຮ​ນລັງ ຈະ​​ເປັນຂີດ​ໝາຍ​ດ້ວຍ​ເລື່ອງ​ກົນ​ໄກ​ແກ້​ໄຂໜຶ່ງ​ດຽວ (SRM​) ເລີ່ມ​ໃນການ​ເຄື່ອນ​ໄຫວ​​​ທົ່ວ ອີ​ຢູ ນັບ​ແຕ່​ວັນ​ທີ 1/1 ​ໃນ​ທົ່ວ ອີ​ຢູ. ຈຸດປະສົງ​ຂອງກົນ​ໄກ​ນີ້ ​​ແມ່ນເພື່ອ​ແນ​ໃສ່​ສະກັດ​ກັ້ນ​ບັນດາວິ​ກິດ​ການ​ຢູ່​ພາກ​ພື້ນທີ່​ນຳ​ໃຊ້​ສະກຸນ​ເງິນ ​Euro (Eurozone) ​ແລະ ​ ອະນຸຍາດ​ໃຫ້ບັນດາ​ທະນາຄານທີ່ມີ​ໄພລົ້ມ​ລະລາຍປິດ​ປະຕູ ກ່ອນ​ທີ່​ຈະເກີດ​ຄວາມ​ເສຍ​ຫາຍ​ຢ່າງ​ຫລວງຫລາຍໃຫ້​ພື້ນຖານ​ເສດຖະກິດ.

        ອາຍຸ​ການ​ເປັນ​ປະທານ​ສະພາ ​ເອີ​ລົບ ​ໂດຍບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ຜັດປ່ຽນ​ກັນ ຮັບ​ດຳລົງ​ຕຳ​ແໜ່​ງໃນ 6 ​ເດືອນຕາມ​ລຳດັບ. ປະ​ເທດ ລຸກ​ຊຳ​ບວກ ຈະ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານ​ເປັນ​ປະທານ​ໃນ​ວັນ​ທີ 31/12 ຈະ​ມາ​ເຖິງ.


ຂ່າວ/ບົດ​ອື່ນ