ໃກ້ຈະປະກາດດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ PCI ປີ 2019

(VOVWORLD) -ຫ້ອງການການຄ້າ - ອຸດສາຫະກຳ ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ ປະຈຳຫວຽດນາມ ຈະສົມທົບກັນຈັດພິທີປະກາດ ດັດຊະນີກຳລັງຄວາມສາມາດແກ້ງແຍ້ງຂັ້ນແຂວງ PCI ປີ 2019 ໃນວັນທີ 5 ພຶດສະພາ. 

ນີ້ແມ່ນເຫດການໄດ້ຮັບການລໍຄອຍໃນປີ. ຕາມຄະນະຈັດຕັ້ງແລ້ວ, ບົດລາຍງານ PCI 2019 ແມ່ນການເຄື່ອນໄຫວປະຈຳປີ ໃນ 15 ປີລຽນຕິດ ໂດຍ ຫ້ອງການການຄ້າ - ອຸດສາຫະກຳ ຫວຽດນາມ ແລະ ອົງການພັດທະນາສາກົນ ອາເມລິກາ ຮ່ວມມືກໍ່ສ້າງ ແລະ ປະກາດ ເພື່ອແນໃສ່ຕີລາຄາ ແລະ ຈັດອັນດັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດກໍ່ຄືຄຸນນະພາບບໍລິຫານເສດຖະກິດຂອງບັນດາທ້ອງຖິ່ນໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ