ໃນ 02 ເດືອນຕົ້ນປີ 2019 FDI ເຂົ້າ ຫວຽດນາມ ບັນລຸເກືອບ 8,5 USD

(VOVWORLD) -ໃນ 02 ເດືອນຕົ້ນປີ 2019 ບັນລຸເກືອບ 8,5 ຕື້ USD, ເພີ່ມຂຶ້ນກວ່າ 2,5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018.

ກົມລົງທຶນຕ່າງປະເທດ, ຂຶ້ນກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ ໄລ່ຮອດວັນທີ 20 ກຸມພາ, ລວມຍອດທຶນຈົດທະບຽນໃໝ່, ເງິນລົງທຶນເພີ່ມ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງນັກລົງທຶນຕ່າງປະເທດໃນ 02 ເດືອນຕົ້ນປີ 2019 ບັນລຸເກືອບ 8,5 ຕື້ USD, ເພີ່ມຂຶ້ນກວ່າ 2,5 ເທົ່າ ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ເງິນລົງທຶນເພີ່ມຂຶ້ນແຮງຢູ່ທັງສາມກຸ່ມຄື ຈົດທະບຽນໃໝ່, ເພີ່ມຈໍານວນເງິນລົງທຶນ ແລະ ປະກອບທຶນຊື້ຫຸ້ນສ່ວນ.

        ຕາມຂົງເຂດລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18 ຂົງເຂດ, ໃນນັ້ນສຸມໃສ່ລົງທຶນເຂົ້າຂົງເຂດ ອຸດສາຫະກໍາປຸງແຕ່ງ, ປະດິດສ້າງ ຫຼາຍທີ່ສຸດ; ຖັດມາ ແມ່ນການເຄື່ອນໄຫວດໍາເນີນທຸລະກິດອະສັງຫາລິມະຊັບ ແລະ ທີ 3 ແມ່ນຂົງເຂດເຄື່ອນໄຫວທາງດ້ານວິຊາການ, ວິທະຍາສາດເຕັກໂນໂລຢີ.

        ຖ້າຫາກໄລ່ຕາມຄູ່ຮ່ວມມືລົງທຶນ, ມີ 66 ປະເທດ ແລະ ເຂດແຄວ້ນມີໂຄງການລົງທຶນຢູ່ຫວຽດນາມ, ເຊິ່ງນໍາໜ້າແມ່ນ ຮົ່ງກົງ (ຈີນ) ດ້ວຍຍອດເງິນລົງທຶນແມ່ນ 4,3 ຕື້ USD; ສິງກະໂປຢືນອັນດັບທີ 2 ແລະ ສ.ເກົາຫຼີ ຢືນອັນດັບທີ 3.

        ຕາມບໍລິເວນລົງທຶນແລ້ວ, ນັກລົງທຶນຕ່າງປະເທດ ໄດ້ລົງທຶນເຂົ້າ 44 ແຂວງ, ນະຄອນ, ໃນນັ້ນ ຮ່າໂນ້ຍ ດຶງດູດ ເງິນລົງທຶນຈາກຕ່າງປະເທດໄດ້ຫຼາຍທີ່ສຸດ ດ້ວຍຍອດທຶນຈົດທະບຽນ ແມ່ນກວ່າ 4 ຕື້ USD; ນະຄອນໂຮ່ຈີມິນ ຢືນອັນດັບທີ 2; ບັກນິງຢືນອັນດັບທີ 3.


ຕອບກັບ

ຂ່າວ/ບົດ​ອື່ນ