ໃນ 2 ເດືອນຕົ້ນປີ, ຫວຽດນາມ ລົງທຶນຢູ່ຕ່າງປະເທດ 17 ໂຄງການໃໝ່

(VOVWORLD) - ມາຮອດປະຈຸບັນ, ຫວຽດນາມ ມີ 1.716 ໂຄງການລົງທຶນຢູ່ຕ່າງປະເທດຍັງມີຜົນສັກສິດ, ດ້ວຍຍອດເງິນລົງທຶນກວ່າ 22 ຕື້ USD.
ໃນ 2 ເດືອນຕົ້ນປີ, ຫວຽດນາມ ລົງທຶນຢູ່ຕ່າງປະເທດ 17 ໂຄງການໃໝ່ - ảnh 1(ພາບປະກອບ: TTXVN)

        ຕາມກົມໃຫຍ່ລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ໃນ 2 ເດືອນຕົ້ນປີ, ບັນດານັກລົງທຶນ ຫວຽດນາມ ໄດ້ລົງທຶນຢູ່ຕ່າງປະເທດ 17 ໂຄງການລົງທຶນໃໝ່, ດ້ວຍຍອດເງິນລົງທຶນບັນລຸກວ່າ 25 ລ້ານ USD, ໃນ 8 ຂະແໜງ; ໃນນັ້ນ, ສຸມໃສ່ລົງທຶນຫຼາຍທີ່ສຸດແມ່ນບັນດາຂະແໜງຂາຍສົ່ງ, ຂາຍຍ່ອຍກວມເອົາເກືອບ 40% ແຫຼ່ງທຶນ; ການເຄື່ອນໄຫວດຳເດີນທຸລະກິດອາສັງຫາລິມະຊັບກວມເອົາ 21,5% ແຫຼ່ງທຶນ; ການກໍ່ສ້າງກວມເອົາ 20% ແຫຼ່ງທຶນ.

        ໃນ 2 ເດືອນຕົ້ນປີ, ມີ 11 ປະເທດ, ເຂດແຄວ້ນຮັບການລົງທຶນຂອງ ຫວຽດນາມ. ບັນດາປະເທດດຶງດູດເງິນລົງທຶນຂອງ ຫວຽດນາມ ຫຼາຍກວ່າໝູ່ແມ່ນ: ອາເມລິກາ ກວມເອົາ 26,6% ຍອດເງິນລົງທຶນ, ຖັດຈາກນັ້ນແມ່ນ: ນິວຊີແລນ, ເຢຍລະມັນ, ລາວ, ຈີນ…

        ມາຮອດປະຈຸບັນ, ຫວຽດນາມ ມີ 1.716 ໂຄງການລົງທຶນຢູ່ຕ່າງປະເທດຍັງມີຜົນສັກສິດ, ດ້ວຍຍອດເງິນລົງທຶນກວ່າ 22 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ