ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາ​ດ​ໂຄວິດ - 19 ລາຍ​ໃໝ່​ຢູ່​ພາຍ​ໃນ​ປະ​ເທດ​ຕື່ມ​ອີກ 8.644 ກໍ​ລະ​ນີ

(VOVWORLD) -ນັບແຕ່ເວລາ 18 ໂມງ ຂອງວັນທີ 15 ສິງຫາ ຫາເວລາ 18 ໂມງຂອງວັນທີ 16 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 8.652 ກໍລະນີ, ໃນນັ້ນ ມີ 8 ກໍລະນີແມ່ນຊາວເຂົ້າເມືອງ ຫວຽດນາມ ແລະ 8.644 ກໍລະນີຢູ່ພາຍໃນປະເທດ. 

ຕາມຂ່າວພາກຄ່ຳວັນທີ 16 ສິງຫາ ຂອງ ກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 18 ໂມງ ຂອງວັນທີ 15 ສິງຫາ ຫາເວລາ 18 ໂມງຂອງວັນທີ 16 ສິງຫາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 8.652 ກໍລະນີ, ໃນນັ້ນ ມີ 8 ກໍລະນີແມ່ນຊາວເຂົ້າເມືອງ ຫວຽດນາມ ແລະ 8.644 ກໍລະນີຢູ່ພາຍໃນປະເທດ. ກໍໃນວັນດຽວກັນ, ມີ 4.473 ກໍລະນີຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີຢູ່ຫວຽດນາມ ຂຶ້ນເປັນ 106.977 ຄົນ ໃນຈຳນວນຜູ້້ຕິດເຊື້ອລວມທັງໝົດ 283.696 ຄົນ.

ພ້ອມດຽວກັນນັ້ນ, ອະນຸຄະນະກຳມະການປິ່ນປົວພະຍາດຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ປະກາດວ່າມີຜູ້ເສຍຊີວິດຕື່ມອີກ 368 ກໍລະນີ, ໃນນັ້ນຫຼາຍສຸດແມ່ນຢູ່ນະຄອນ ໂຮ່ຈີມິນ ດ້ວຍ 315 ກໍລະນີ. ໄລ່ຮອດວັນທີ 16 ສິງຫາ, ຈຳນວນຜູ້ເສຍຊີວິດສະສົມ  ຍ້ອນໂລກລະບາດໂຄວິດ - 19 ຢູ່ຫວຽດນາມ ແມ່ນ 6.141 ຄົນ, ເຊິ່ງກວມເອົາ 2,2% ເມື່ອທຽບໃສ່ຈໍານວນຜູ້ຕິດເຊື້ອ ແລະ ເທົ່າກັບອັດຕາຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ