ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 8.668 ຄົນ

(VOVWORLD) -ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 8.681 ຄົນ ຢູ່ 38 ແຂວງ ແລະ ນະຄອນ
ໃນ 24 ຊົ່ວໂມງທີ່ຜ່ານມາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ຢູ່ພາຍໃນປະເທດ ຈຳນວນ 8.668  ຄົນ - ảnh 1ການເອົາຕົວຢ່າງມາວິໄຈຫາເຊື້ອ

    ນັບແຕ່ເວລາ 17 ໂມງ ຂອງວັນທີ 19 ກັນຍາ ຫາ ເວລາ 17 ໂມງຂອງວັນທີ 20 ກັນຍາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຈຳນວນ 8.681 ຄົນ ຢູ່ 38 ແຂວງ ແລະ ນະຄອນ ຊຶ່ງລວມມີ 13 ຄົນມາຈາກຕ່າງປະເທດ ແລະ 8.668  ຄົນຢູ່ພາຍໃນປະເທດ.  ສະເພາະນະຄອນໂຮ່ຈິມິນມີ 5.171 ກໍລະນີ, ຖັກມາແມ່ນແຂວງ ບີງເຢືອງ 1.410 ກໍລະນີ,  

     ໃນວັນທີ 20 ກັນຍາ ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີທີ່ປະກາດ ແມ່ນ 6.821 ຄົນ ແລະ ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຄົນເຈັບຕິດເຊື້ອໂຄວິດ -19 ຖືກເສຍຊີວິດ ແມ່ນ 215  ຄົນ. ສະເພາະນະຄອນໂຮ່ຈິມິນມີ 163 ຄົນ

     ເປັນອັນວ່າ ໄລຮອດວັນທີ 20 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 695.744  ຄົນ, ຍອດຈຳນວນຄົນເຈັບທີ່ປິ່ນປົວຫາຍດີ ແມ່ນ 464.326 ຄົນ ແລະ 17.305 ຄົນ ເສຍຊີວິດ

        ປະຈຸບັນ, ມີ 14 ໃນຈຳນວນ 63 ແຂວງ, ນະຄອນຢູ່ຫວຽດນາມ ໄດ້ຜ່ານ 14 ວັນ ຊຶ່ງບໍ່ມີກໍລະນີຕິດເຊື້ອໃໝ່ຢູ່ພາຍໃນປະເທດ, ນັ້ນແມ່ນ ບັກກ້ານ, ຕວຽນກວາງ, ລາຍເຈົາ, ຮ່ວາບີງ , ອຽນບ້າຍ, ຮ່າຢາງ, ທ້າຍງວຽນ, ດ້ຽນບຽນ, ວີ້ງຟຸກ, ຫາຍຟ່ອງ, ຫາຍເຢືອງ, ຝຸ້ເຖາະ, ນິງບີງ ແລະ ນາມດີ້ງ.

  ຍອດຈຳນວນວັກຊິນທີ່ໄດ້ສັກແມ່ນ 34.553.590 ໂດສ, ໃນນັ້ນ ເຂັມທີ 2 ແມ່ນ 6.640.061 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ