ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 5 ແສນ​ຄົນ

(VOVWORLD) -ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 500.000 ຄົນ, ໃນນັ້ນ, ຫຼາຍທີ່ສຸດແມ່ນປະເທດ ອັງກິດ ດ້ວຍເກືອບ 83.000 ຄົນ. 
ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ທົ່ວ​ໂລກ​ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 5 ແສນ​ຄົນ - ảnh 1ສະຖານທີ່ເກັບຕົວຢ່າງກວດຫາເຊື້ອພະຍາດໂຄວິດ - 19 ແຫ່ງໜຶ່ງຢູ່ ອາເມລິກາ (ພາບ: TTXVN)

ຕາມແຫຼ່ງຂ່າວໂຄວິດ-19 ໃນວັນທີ 20 ທັນວາ ຂອງກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ນັບແຕ່ເວລາ 16 ໂມງຂອງວັນທີ 16 ໂມງຂອງວັນທີ 19 ທັນວາ ຫາເວລາ 16 ໂມງຂອງວັນທີ 20 ທັນວາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ລາຍໃໝ່ຕື່ມອີກ 14.977 ຄົນ, ໃນນັ້ນຜູ້ເຂົ້າເມືອງ 11 ຄົນ. ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.937 ຄົນ, ມີຜູ້ເສຍຊີວິດ 225 ຄົນ. ນັບແຕ່ເວລາເລີ່ມເກີດໂລກລະບາດໂຄວິດມາຮອດປະຈຸບັນ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.555.455 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ 1.109.899 ຄົນ, ຜູ້ເສຍຊີວິດ 29.791 ຄົນ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.infor ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 20 ທັນວາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດເກືອບ 275 ລ້ານຄົນ, ໃນນັ້ນ ມີເກືອບ 5,4 ລ້ານຄົນ ເສຍຊີວິດ.

ໃນ 24 ຊົ່ວໂມງຜ່ານມາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກເກືອບ 500.000 ຄົນ, ໃນນັ້ນ, ຫຼາຍທີ່ສຸດແມ່ນປະເທດ ອັງກິດ ດ້ວຍເກືອບ 83.000 ຄົນ. ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ, ລັດເຊຍ, ຝລັ່ງ… ແມ່ນບັນດາປະເທດທີ່ຖືກຜົນກະທົບຢ່າງໜັກໜ່ວງຈາກໂລກລະບາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ