ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 147.000 ຄົນ, ເກືອບ 37.000 ຄົນໄດ້ຮັບການປິ່ນປົວຫາຍດີ

(VOVWORLD) -ວັນທີ 7 ມີນານີ້, ຫວຽດນາມມີ 36.993 ຄົນໄດ້ຮັບການປິ່ນປົວຫາຍດີ, ແລະ ເສຍຊີວິດ 78 ຄົນ.
ໃນ 24 ຊົ່ວໂມງຜ່ານມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຫຼາຍກ່ວາ 147.000 ຄົນ, ເກືອບ 37.000 ຄົນໄດ້ຮັບການປິ່ນປົວຫາຍດີ - ảnh 1ພາບປະກອບ

       ນັບແຕ່ເວລາ 16 ໂມງຂອງວັນທີ 6 ມີນາ ຫາເວລາ 16 ໂມງຂອງວັນທີ 7 ມີນານີ້, ຫວຽດນາມມີຜູ້ຕິດເຊື້ອໃໝ່ 147,358 ຄົນ. ໃນນັ້ນ, 23 ກໍລະນີມາຈາກຕ່າງປະເທດ ແລະ 147,335 ກໍລະນີ ຢູ່ພາຍໃນ 63 ແຂວງ, ນະຄອນ.

       ວັນທີ 7 ມີນານີ້, ຫວຽດນາມມີ 36.993 ຄົນໄດ້ຮັບການປິ່ນປົວຫາຍດີ, ແລະ ເສຍຊີວິດ 78 ຄົນ.

      ນັບແຕ່ເວລາເກີດໂລກລະບາດເປັນຕົ້ນມາ, ຫວຽດນາມມີຜູ້ຕິດເຊື້ອ 4.582.058 ຄົນ, ຢືນອັນດັບ 21 ໃນຈຳນວນ 225 ປະເທດ ແລະ ເຂດແຄ້ວນ, ຈຳນວນກໍລະນີປິ່ນປົວດີແລ້ວແມ່ນ 2.718.440 ກໍລະນີ. ມາຮອດປະຈຸບັນ, ຈຳນວນຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ຫວຽດນາມ ແມ່ນ 40.891 ຄົນ, ກວມ 0,9% ຂອງຈຳນວນຜູ້ຕິດເຊື້ອທັງໝົດ. ຈຳນວນວັກຊີນກັນ COVID-19 ທັງໝົດທີ່ໄດ້ສັກໃຫ້ປະຊາຊົນແມ່ນ 197.910.353 ໂດສ. 

ຕອບກັບ

ຂ່າວ/ບົດ​ອື່ນ