ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ​ຢັ້ງ​ຢືນມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 17.000 ຄົນ

(VOVWORLD) -ນັບແຕ່ເວລາ 16 ໂມງ ຂອງວັນທີ 04 ມັງກອນ ຫາເວລາ 16 ໂມງຂອງວັນທີ 05 ມັງກອນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 17.017 ຄົນ. 
ໃນ 24 ຊົ່ວ​ໂມງ​ຜ່ານ​ມາ, ຫວຽດ​ນາມ ​ຢັ້ງ​ຢືນມີ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ກວ່າ 17.000 ຄົນ - ảnh 1(ພາບ: TTXVN)

ໄລ່ມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດກວ່າ 1.817.721 ຄົນ, ຢືນອັນດັບທີ 30 ໃນຈຳນວນ 224 ປະເທດ ແລະ ເຂດແຄວ້ນ.

        ໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີຕື່ມອີກ ກວ່າ 22.662 ຄົນ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີໄລ່ມາຮອດປັດຈຸບັນແມ່ນ 1.436.046 ຄົນ. ໃນ 24 ຊົ່ວໂມງຜ່ານມາ ມີຜູ້ເສຍຊີວິດຕື່ມອີກ 230 ຄົນ.

        ໄລ່ຮອດຕອນບ່າຍວັນທີ 05 ມັງກອນ, ຍອດຈຳນວນວັກຊິນກັນພະຍາດໂຄວິດ - 19 ທີ່ໄດ້ສັກໃຫ້ປະຊາຊົນໃນທົ່ວປະເທດ ຫວຽດນາມ ແມ່ນກວ່າ 155 ລ້ານໂດສ, ຜູ້ສັກເຂັມທຳອິດກວມເອົາ 99,7%, ແລະ ຜູ້ສັກເຂັມທີ 2 ກວມເອົາ 91,3% ປະຊາກອນທີ່ມີອາຍຸແຕ່ 18 ປີຂຶ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ