ໃນ​ 24 ຊົ່ວ​ໂມງ​ຜ່ານ​ມາ, ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່ກ່ວາ 1,8 ລ້ານ​ຄົນ

(VOVWORLD) -ໃນ 24 ຊົ່ວໂມງຜ່ານມາ, ລັດເຊຍແມ່ນປະເທດມີຜູ້ຕິດເຊື້ອໃໝ່ຫຼາຍ ທີ່ສຸດ ດ້ວຍ 180.071 ຄົນ, ໃນຂະນະນັ້ນ ອິນເດຍ ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 897 ຄົນ.
ໃນ​ 24 ຊົ່ວ​ໂມງ​ຜ່ານ​ມາ, ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ໃໝ່ກ່ວາ 1,8 ລ້ານ​ຄົນ - ảnh 1ພະນັກງານການແພດສັກວັກຊິນກັນໂຄວິດ - 19 ໃຫ້ແກ່ປະຊາຊົນຢູ່ ອິນເດຍ (ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງຂອງວັນທີ 7 ກຸມພາ (ຕາມເວລາ UTC), ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 395.802.798 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 5.758.387 ຄົນ ແລະ ມີຜູ້ໄດ້ຮັບການປິ່ນປົ່ວຫາຍດີເປັນປົກກະຕິ 314.606.662 ຄົນ.

ໃນ 24 ຊົ່ວໂມງຜ່ານມາ, ໂລກມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 1.857.171 ຄົນ ແລະ ຜູ້ເສຍຊີວິດ 6.346 ຄົນ. ລັດເຊຍແມ່ນປະເທດມີຜູ້ຕິດເຊື້ອໃໝ່ຫຼາຍ ທີ່ສຸດ ດ້ວຍ 180.071 ຄົນ, ໃນຂະນະນັ້ນ ອິນເດຍ ມີຈຳນວນຜູ້ເສຍຊີວິດຫຼາຍທີ່ສຸດ ດ້ວຍ 897 ຄົນ.

ສ່ວນຢູ່ ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທານະລະສຸກໃນວັນທີ 07 ກຸມພາ ໃຫ້ຮູ້ວ່າ, ນັບແຕ່ເວລາ 16 ໂມງຂອງວັນທີ 06 ກຸມພາ ຮອດເວລາ 16 ໂມງຂອງວັນທີ 07 ກຸມພາ, ຫວຽດນາມ ກວດພົບຜູ້ຕິດເຊື້ອພະຍາດໂລກລະບາດໂຄວິດ-19 ລາຍໃໝ່ຕື່ມອີກ 16.815 ຄົນ, ໃນນັ້ນຜູ້ເຂົ້າເມືອງ 6 ຄົນ, ຢູ່ພາຍໃນປະເທດແມ່ນ 16.809 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 9.665 ຄົນ, ມີຜູ້ເສຍຊີວິດ 100 ຄົນ.

ຈຳນວນວັກຊິນກັນໂຄວິດ-19 ໄດ້ສັກແລ້ວແມ່ນ 182.426.454 ໂດສ, ສັກເຂັມທີ 2 ແມ່ນ 74.293.565 ໂດສ ແລະ ສັກເຂັມທີ 3 ແມ່ນ 29.021.149 ໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ