ໃນ 6 ເດືອນຕົ້ນປີການ ສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ບັນລຸເກືອບ 9 ຕື້ USD

ໃນ 6 ເດືອນຕົ້ນປີການ ສົ່ງອອກເຄື່ອງຕຳແຜ່ນຕັດຫຍິບຫວຽດນາມ ບັນລຸເກືອບ 9 ຕື້ USD - ảnh 1
(ພາບປະກອບ)

(vovworld) – ​ ໃນ 6 ​ເດືອນ​ຕົ້ນ​ປີຂະ​ແໜງເຄື່ອງ​ຕຳແຜ່ນ​ຕັດຫຍິບ​ຫວຽດນາມ ບັນລຸ​ໄດ້​ບັນດາ​ໝາກຜົນ​ດີ​ພໍ​ສົມຄວນ, ດ້ວຍ​ວົງ​ເງິນ​ສົ່ງ​ອອກ​ບັນລຸ​ເກືອ​ບ 9 ຕື້ USD. ບັນດາ​ຂໍ້​ມູນ​ດັ່ງກ່າວ​ຖືກ​ຍົກ​ອອກ​ມາ ທີ່​ການ​ພົບປະ​ກັບ​ສ່ືມວນ​ຊົນ ​ເພື່ອ​ແຈ້ງ​ໃຫ້​ຊາບ​ໝາກຜົນ​​ແຫ່ງການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ໃນ 6 ​ເດືອນ​ຕົ້ນ​ປີ 2013 ​ໂດຍກຸ່ມ​ບໍລິສັດເຄື່ອງ​ຕຳແຜ່ນ​ຕັດຫຍິບ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 09/07, ຢູ່​ຮ່າ​ໂນ​້ຍ. ​ໃນ​ນັ້ນ, ຈຳນວນ​ສິນ​ຄ້າ​ສົ່ງ​ອອກ​ເຂົ້າ​ອາ​ເມ​ລິ​ກາ ​ຫຼາຍກວ່າ​ໝູ່, ບັນລຸ​ເກືອບ 4 ຕື້ USD, ຖັດມາ​ແມ່ນສະຫະພາບ​ເອີ​ລົບ, ຍີ່ປຸ່ນ, ສ.​ເກົາຫຼີ... ​ເພື່ອ​ການສົ່ງ​ອອກ​ເຄື່ອງ​ຕຳ​ແຜ່ນ​ຕັດຫຍິບສືບ​ຕໍ່​ບັນລຸ​ລະດັບເຕີບ​ໂຕ, ທ່ານ​ເລ​ຕ໋ຽນ​ເຈື່ອງ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ຕຳ​ແຜ່ນ​ຕັດຫຍິບ​ຫວຽດນາມ ​ໃຫ້​ຮູ້​ວ່າ.

        “ມາດ​ຕະການ​ຍຸດ​ທະ​ສາດ​ຂອງ​ພວກ​ຂ້າພະ​ເຈົ້າ​ແມ່ນ​ສືບ​ຕໍ່​ບໍລິຫານ​ຍຸດ​ທະ​ຍາດ​ພັດທະນາ​ຂອງ​ກຸ່​ມບໍລິສັດ​ຕາມ​ທິດ​ຜະລິດ​ຕິດພັນ​ກັບ​ບັນດາການເຊື່ອມ​ຕໍ່​ເຊິ່ງນຳກັນ​ຢ່າງ​ແໜ້ນ​ແຟ້ນ. ກ່ຽວ​ກັບມາດ​ຕະການ​ດ້ານ​ການ​ເງິນ ນອກຈາກ​ສຸມ​​ແຫຼ່ງທຶນໃຫ້​ບັນດາ​ຫົວໜ່ວຍ​ຂອງ​ກຸ່ມ​ບໍລິສັດ​ພັດທະນາ​ການຜະລິດ​ດຳ​ເນີນ​ທຸລະ​ກິດຕາມ​​ແຜນການ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ເຂົ້າ​ຮ່ວມ​ລາຍການ​ທຶນກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ທະນາຄານ​ອາຊີ ຄືນ​ໃໝ່ ​ເຊິ່ງຂະ​ແໜງຕຳແຜ່ນ​ຕັດຫຍິບ​ແມ່ນ​ກຸ່ມ​ບໍລິສັດ​ເສດຖະກິດໜຶ່ງ​ດຽວ​ໄດ້​ເຂົ້າ​ຮ່ວມ​ໂຄງການ​ນີ້. ກ່ຽວກັບ​ມາດ​ຕະການ​ລົງທຶນການ​ເຊື່ອມ​ຕໍ່​ພາຍ​ໃນ ​ແມ່ນ​ປັດ​ໃຈ​ພື້ນຖານ​ເພື່ອ​ກຳ​ນົດ​ໃຫ້​ແກ່​ການ​ລົງທຶນ​​ໃນ​ບັນດາ​ຮູບ​ແບບ​ໃໝ່”.

ຂ່າວ/ບົດ​ອື່ນ