ໃນ 8 ເດືອນຂອງປີ 2013 ມີວິສາຫະກິດໃໝ່ 52.000 ແຫ່ງໄດ້ຮັບການສ້າງຕັ້ງຂຶ້ນ

ໃນ 8 ເດືອນຂອງປີ 2013 ມີວິສາຫະກິດໃໝ່ 52.000 ແຫ່ງໄດ້ຮັບການສ້າງຕັ້ງຂຶ້ນ - ảnh 1
ພາບປະກອບ

(vovworld) –  ຕາມ​ກົມ​ຄຸ້ມ​ຄອງ​ການ​ຈົດ​ທະບຽນ​ດຳ​ເນີນ​ທຸລະ​ກິດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ, ​ໃນ 8 ​ເດືອນປີ  2013, ​​ທົ່ວ​ປະ​ເທດມີວິ​ສາ​ຫະກິດ​ໃໝ່ 52.000 ​ແຫ່ງ​ໄດ້​ຮັບ​ການສ້າງ​ຕັ້ງ​ຂຶ້ນ, ຈຳນວນ​ວິ​ສາ​ຫະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ຖືກ​ຍຸບ​ເລີກ ຫຼື ຢຸດ​ການ​ເຄື່ອນ​ໄຫວດຳ​ເນີນ​ທຸລະ​ກິດ​ພວມ​ຫລຸດລົງ. ​ໄລ່​ສະ​ເພາະ​ໃນ 6 ​ເດືອນ​ຕົ້ນ​ປີ, ຈຳ​ນວນ​ວິ​ສາ​ຫະກິດ​ໄດ້​ຮັບ​ການ​ສ້າງ​ຕັ້ງ​​ໃໝ່​ໄດ້​ເພີ່ມ​ຂຶ້ນ 7,6% ​ເມື່ອ​ທຽບ​​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກ່ອນ. ພິ​ເສດ, ສະ​ເພາະ​ໃນ​ໄຕມາ​ດທີ 2, ມີ​ວິ​ສາ​ຫະກິດ 23.000 ​ແຫ່ງ​ໄດ້​ຈົດ​ທະບຽນ​ສ​້າງຕັ້ງ​ໃໝ່. ນີ້​ແມ່ນ​ຕົວ​ເລກ​ສູງ​ສຸດ​ໃນ​ຮອບ​ເວລາ 2 ປີ​ຜ່ານ​ມາ. ​ໄປ​ຄຽງ​ຄູ່​ກັນ​ນັ້ນ, ​ໃນ​ໄຕ​ມາດ​ທີ 2, ຈຳ​ນວນ​ວິ​ສາ​ຫະກິດ​ພວມ​ຢຸດຕິ​ການ​ເຄື່ອນ​ໄຫວ​ຊົ່ວຄາວ​ໄດ້​ກັບ​ຄືນສູ່​ການ​ເຄື່ອນ​ໄຫວ​ຄືນ​ໃໝ່​ໃນ​ແຕ່ລະ​ເດືອນ. ກົມ​ໃຫຍ່​ສະຕິ​ຖິ​ໃຫ້​ຮູ້​ວ່າ: ​ໃນ 8 ​ເດືອນ​ຜ່ານ​ມາ, ຍອດ​ລະດັບ​ສິນຄ້າ​ຂາຍ​ຍ່ອຍ ​ແລະ ລາຍ​ຮັບ​ຈາກ​ການ​ບໍລິການ​ບໍລິ​ໂພ​ກອຸປະ​ໂພ​ກ ຄາດ​ວ່າ​ບັນລຸ​ໄດ້ 1.700 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 12% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ຕາມ​ກົມ​ໃຫຍ່​ສະຖິຕິ​ແລ້ວ, ກຳລັງ​ຊື້​ພວມ​ຄ່ອຍໆ​​ເພີ່ມ​ຂຶ້ນ, ອັດຕາດອກ​ເບ້ຍ​ຢູ່​​ໃນ​ລະດັບ​ຕຳ່.​.​.​ ​ແມ່ນ​ບັນ​ດາ​ປັດ​ໄຈ​ຊ່ວ​ຍ​ໃຫ້​ວິ​ສາ​ຫະກິດ​ເລີ່​ມຕົ້ນ​ການ​ເປີດ​ກ້ວາງ​ການ​ຜະລິດ, ສ້າງ​ຕັ້ງ​ວິ​ສາ​ຫະກິດ​ໃໝ່ ​ເພື່ອ​ຍາດ​​ແຍ່ງ​ກາລະ​ໂອກາດ​ທຳ​ມາ​ຫາ​ກິນ.

ຂ່າວ/ບົດ​ອື່ນ