ໃນ 9 ເດືອນ​ປີ 2019, ຫວຽດ​ນາມ​ດຶງ​ດູດ​​ FDI ບັນ​ລ​ຸ​ໄດ້​ກ່​ວາ 26 ຕື້ USD

(VOVWORLD) - ນັບແຕ່ຕົ້ນປີມາຮອດ ວັນທີ 20 ກັນຍາ 2019, ຍອດທຶນລົງທະບຽນໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນສ່ວນຂອງບັນດານັກລົງທຶນຕ່າງປະເທດ ຢູ່ ຫວຽດນາມ ບັນລຸໄດ້ກ່ວາ 26 ຕື້ USD, ເພີ່ມຂຶ້ນ 3% ເມື່ອທຽບໃສ່ກັບໄລຍະດຽວກັນຂອງ ປີ 2018. 
ໃນ 9 ເດືອນ​ປີ 2019, ຫວຽດ​ນາມ​ດຶງ​ດູດ​​ FDI ບັນ​ລ​ຸ​ໄດ້​ກ່​ວາ 26 ຕື້ USD - ảnh 1ການຜະລິດໂລດໂອໂຕຂອງບໍລິສັດຍີ່ປຸ່ນ ຢູ່ ວິງຟູກ (ພາບ: TTXVN)

ຕາມນັ້ນແລ້ວ, ກຽວກັບການດຶງດູດເງິນລົງທຶນຈາກຕ່າງປະເທດ (FDI), ຫວຽດນາມ ດຶງດູດໄດ້ 2.759 ໂຄງການໄດ້ຮັບໃບອະນຸຍາດໃໝ່ ດ້ວຍຈຳນວນທຶນຈົດທະບຽນບັນລຸໄດ້ເກືອບ 11 ຕື້ USD, ເພີ່ມຂຶ້ນກ່ວາ 26% ຈຳນວນໂຄງການ. ຄຽງຄູ່ກັນນັ້ນ, ມີກ່ວາ 1000 ໂຄງການທີ່ໄດ້ຮັບໃບອະນຸຍາດແຕ່ປີກາຍແລ້ວ ແລະ ໄດ້ຈົດທະບຽນດັດປັບເງິນລົງທຶນ ດ້ວຍຈຳນວນທຶນຂຶ້ນເຕີມບັນລຸໄດ້ 4,7 ຕື້ USD.

        ຕາມຂົງເຂດການລົງທຶນແລ້ວ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 19 ຂົງເຂດ, ຂະແໜງຄື, ໃນນັ້ນການລົງທຶນສຸມໃສ່ຫຼາຍທີ່ສຸດແມ່ນຂົງເຂດ ອຸດສາຫະກຳ ການປຸງແຕ່ງ, ປະດິດສ້າງ ດ້ວຍຍອດເງິນລົງທຶນບັນລຸໄດ້ກ່ວາ 18 ຕື້ USD, ກວມເອົາ 69% ຍອດທຶນຈົດທະບຽນ. ຕາມຄູ່ຮ່ວມມືລົງທຶນແລ້ວ, ໄດ້ມີ 109 ປະເທດ ແລະ ເຂດແຄ້ວນ ມີໂຄງການລົງທຶນຢູ່ ຫວຽດນາມ.

        ການສົ່ງອອກຂອງພາກພື້ນ FDI, ນັບທັງ ນ້ຳມັນດິບ ບັນລຸໄດ້ເກືອບ 135 ຕື້ USD, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນປີ 2018 ແລະ ກວມເອົາ 69,3%, ຂອງ ວົງເງິນສົ່ງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ