ໃນ ປີ 2018 ການສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ ທະ​ວີບ​ອາ​ເມ​ລິ​ກາ​ບັນ​ລ​ຸ​ໄດ້ ກ່​ວາ 58 ຕື້ USD.

(VOVWORLD) -ຫວຽດນາມ ມີການພົວພັນດ້ານການຄ້າກັບ 35 ປະເທດໃນ ທະວີບ ອາເມລິກາ, ໃນນັ້ນ ການສົ່ງອອກຂອງ ຫວຽດນາມ ໄປຍັງເຂດນີ້ ບັນລຸໄດ້ກ່ວາ 58 ຕື້ USD 
ໃນ ປີ 2018 ການສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ ທະ​ວີບ​ອາ​ເມ​ລິ​ກາ​ບັນ​ລ​ຸ​ໄດ້ ກ່​ວາ 58 ຕື້ USD. - ảnh 1ທ່ານໂດທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ. 

ຕອນຄ່ຳວັນທີ 25 ກຸມພາ, ຢູ່ຮ່າໂນ້ຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຈັດຕັ້ງລາຍການພົບປະກັບບັນດາຄູ່ຮ່ວມມືໃນພາກພື້ນທະວີບອາເມລິກາ ປີ 2019 ໂດຍມີການເຂົ້າຮ່ວມຂອງ ເອກອັກຄະລັດຖະທູດ ແລະ ຜູ້ທາງໜ້າອົງການການຕ່າງປະເທດຂອງບັນດາປະເທດພາກພື້ນທະວີບອາເມລິກາ ເກືອບ 200 ທ່ານ, ການນຳບັນດາກະຊວງ, ຂະແໜງການ, ບັນດາອົງການຊຸກຍູ້ການຄ້າພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍ ວິສາຫະກິດຫວຽດນາມ ແລະ ວິສາຫະກິດ ພາກພື້ນ ທະວີບອາເມລິກາ ເປັນຈຳນວນຫຼວງຫຼາຍ.

ກ່າວຄຳເຫັນຢູ່ທີ່ນີ້, ທ່ານໂດທັງຫາຍ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າເນັ້ນໜັກເຖິງບັນດາຜົນງານທີ່ເສດຖະກິດຫວຽດນາມບັນລຸໄດ້ໃນໄລຍະທີ່ຜ່ານມາ, ພິເສດແມ່ນການເຕີບໂຕສູງຂອງເສດຖະກິດ ຫວຽດນາມ ໃນປີ 2018, ການຮ່ວມມື ແລະ ສະໜັບສະໜູນ ຂອງປະຊາຄົມບັນດາຄູ່ຮ່ວມມືສາກົນ, ໃນນັ້ນມີບັນດາຄູ່ຮ່ວມມືຢູ່ທະວີບອາເມລິກາຢ່າງມີປະສິດທິຜົນ.

ປັດຈະບັນ, ຫວຽດນາມ ມີການພົວພັນດ້ານການຄ້າກັບ 35 ປະເທດໃນ ທະວີບ ອາເມລິກາ, ໃນນັ້ນ ການສົ່ງອອກຂອງ ຫວຽດນາມ ໄປຍັງເຂດນີ້ ບັນລຸໄດ້ກ່ວາ 58 ຕື້ USD ແລະ ມີ 24ປະເທດ ຢູ່ພາກພື້ນທະວີບອາເມລິກາ ພວມມີການລົງທຶນຢູ່ ຫວຽດນາມ ດ້ວຍຍອດທຶນຈົດທະບຽນປະມານ15.5 ຕື້ USD.

ຕອບກັບ

ຂ່າວ/ບົດ​ອື່ນ