ໃນ10ເດືອນຕົ້ນປີ,ເສດຖະກິດຫວຽດນາມສືບຕໍ່ຟື້ນຟູຢ່າງຈະແຈ້ງ

ໃນ10ເດືອນຕົ້ນປີ,ເສດຖະກິດຫວຽດນາມສືບຕໍ່ຟື້ນຟູຢ່າງຈະແຈ້ງ - ảnh 1
ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 10
(ພາບ: VGP/NhatBac)

(vovworld) –  ​ໃນ​ວັນ​ທີ 29/10, ຢູ່​ສຳນັກງານ​ລັດຖະບານ ຫວຽດນາມ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ໋ນຢຸງ ​ເປັນ​ປະທານ​ວາລະ​ປະຊຸມ​ລັດຖະບານ​ປະຈຳ​ເດືອນ 10. ບັນດາ​ສະມາຊິກ​ລັດຖະບານ​ສຸມ​ໃສ່​ຕີ​ລາຄາ​ສະພາບ​ເສດຖະກິດ - ສັງ​ຄົມ​ໃນ​ເດືອນ 10 ​ແລະ 10 ​ເດືອນຕົ້ນ​ປີ, ປຶກສາ​ຫາລື, ​ເຫັນ​ດີ​ບັນດາ​ມາດ​ຕະການ​ຊີ້​ນຳ, ບໍລິຫານ​ພື້ນຖານ​ເສດຖະກິດ​ດ້ວຍ​ຄວາມ​ຕັດສິນ​ໃຈ ບັນລຸ​ບັນດາ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ໃນ​ປີ​ນີ້​ໃຫ້​ຢູ່​ໃນ​ລະດັບ​ສູງ​ສຸດ, ພ້ອມ​ທັງ​ໃຫ້​ຄວາມ​ເຫັນ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສຳຄັນ​ອື່ນ​ອີກ. ທີ່​ວາລະ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ວ່າ, ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ພື້ນຖານ​ເສດຖະກິດ​ຫວຽດນາມ​ສືບ​ຕໍ່​ຟື້ນ​ຟູ​ຢ່າງ​ເຫັນ​ໄດ້​ຊັດ, ​ແລະ ບັນດາ​ຜົນງານ​ສູງ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ, ​ເສດຖະກິດ​ມະຫາ​ພາກ​ມີ​ສະຖຽນ​ລະ​ພາບ, ​ໄພ​ເງິນ​ເຟີ້ ​ໄດ້​ຮັບ​ການ​ຄວບ​ຄຸມ​ຢູ່​ໃນ​ລະດັບ​ຕຳ່​ສຸດ, ການ​ເຕີບ​ໂຕ​ລະດັບ​ສິນ​ເຊື່ອ​ບັນລຸ​ລະດັບ​ສູງ​ກວ່າ​ລະດັບ​ລະດົມ​ທຶນ, ຄຸນ​ນະພາ​ບສິນ​ເຊື່ອ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ, ໜີ້​ເສຍ​ໄດ້​ຫຼຸດລົງ​ໃນ​ລະດັບ​ຕຳ່​ກວ່າ 3%. ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ໄດ້​ຮັບ​ການ​ປັບປຸງ. ການ​ຜະລິດ​ອຸດສາຫະກຳ, ​ໃນ​ນັ້ນ​ອຸດສາຫະກຳ​ຜະລິດ​ປຸງ​ແຕ່ງ​ເພີ່ມ​ຂຶ້ນ​ຫຼາຍ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ… ບັນດາ​ສະມາຊິກ​​ໃນ​ຄະນະ​ລັດຖະບານ ກໍ່​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ງົບປະມານ​ປີ 2015, ໜ້າ​ທີ່​ສ້າງ​ຄວາມ​ສົມ​ດຸນ​ລະຫວ່າງ​ລາຍ​ຮັບ, ລາຍ​ຈ່າຍ​ປີ 2016.

        ​ແລະ​ກໍ່​ຢູ່​ທີ່​ວາລະ​ປະຊຸມ, ບັນດາ​ສະມາຊິກ​​ໃນ​ຄະນະ​ລັດຖະບານ ກໍ່​ປະກອບ​ຄວາມ​ເຫັນ​ກ່ຽວ​ກັບ​ການ​ສືບ​ຕໍ່​ຮັກສາ​ການ​ເຄື່ອນ​ໄຫວ​ຂອງ​ກອງ​ທຶນ​ປ້ອງ​ກັນ, ຕ້ານ​ອາດຊະ​ຍາ​ກຳ, ​ເປັນ​ເອກະ​ພາບ​ຕໍ່​ອັດຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ໃນ​ການ​ຄິດ​ໄລ່​ພາສີ​ສຳລັບ​ນຳ້ມັນ, ຮ່າງ​ລັດຖະດຳລັດ​ຄຸ້ມ​ຄອງ​ຕະຫຼາດ ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ພິທັກ​ຮັກສາ

 

ຂ່າວ/ບົດ​ອື່ນ