ໃນຊ່ວງເວລາພັກບຸນວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ, ຂະແໜງການທ່ອງທ່ຽວບໍລິການຮັບໃຊ້ແຂກທ່ອງທ່ຽວປະມານ 8 ລ້ານເທື່ອຄົນ

(VOVWORLD) - ໃນໂອກາດພັກ 5 ວັນປີນີ້, ບັນດາສະຖານທີ່ທ່ອງທ່ຽວເກືອບທັງໝົດໄດ້ຕ້ອນຮັບຈຳນວນແຂກທ່ອງທ່ຽວຫຼາຍກ່ວາ, ໄລຍະພັກເຊົາຍາວກ່ວາ, ລາຍຮັບເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ໃນຊ່ວງເວລາພັກບຸນວັນທີ 30 ເມສາ ແລະ ວັນທີ 1 ພຶດສະພາ, ຂະແໜງການທ່ອງທ່ຽວບໍລິການຮັບໃຊ້ແຂກທ່ອງທ່ຽວປະມານ 8 ລ້ານເທື່ອຄົນ - ảnh 1ພາບປະກອບ

ວັນທີ 1 ພຶດສະພາ, ກົມທ່ອງທ່ຽວແຫ່ງຊາດ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ) ໃຫ້ຮູ້ວ່າ: ໃນຊ່ວງເວລາພັກເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ - ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ) ແລະ ວັນກຳມະກອນສາກົນ (1 ພຶດສະພາ) (ແຕ່ວັນທີ 27 ເມສາ ຫາວັນທີ 1 ພຶດສະພາ), ຂະແໜງທ່ອງທ່ຽວຄາດວ່າໄດ້ຮັບໃຊ້ແຂກທ່ອງທ່ຽວປະມານ 8 ລ້ານເທື່ອຄົນ, ເພີ່ມຂຶ້ນກ່ວາ 14% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນໂອກາດພັກ 5 ວັນປີນີ້, ບັນດາສະຖານທີ່ທ່ອງທ່ຽວເກືອບທັງໝົດໄດ້ຕ້ອນຮັບຈຳນວນແຂກທ່ອງທ່ຽວຫຼາຍກ່ວາ, ໄລຍະພັກເຊົາຍາວກ່ວາ, ລາຍຮັບເພີ່ມຂຶ້ນສູງເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ເປັນໜ້າສົນໃຈແມ່ນ, ຈຳນວນແຂກທ່ອງທ່ຽວສາກົນຍັງມີທ່າເພີ່ມຂຶ້ນເຖິງວ່າໝົດເວລາພັກບຸນແລ້ວກໍ່ຕາມ.

        ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຂໍ້ສັງເກດວ່າ: ໄລຍະພັກບຸນປີນີ້, ບັນດາສະຖານທີ່ທ່ອງທ່ຽວຈຸດສຸມໃນທົ່ວປະເທດເກືອບທັງໝົດລ້ວນແຕ່ຢັ້ງຢືນບັນດາສັນຍານຕັ້ງໜ້າດ້ວຍຈຳນວນແຂກທ່ອງທ່ຽວທີ່ເພີ່ມຂຶ້ນສູງ. ຍ້ອນເວລາພັກຫຼາຍ, ອາກາດຮ້ອນ, ດັ່ງນັ້ນແຂກທ່ອງທ່ຽວເລືອກບັນດາສະຖານທີ່ທ່ອງທ່ຽວທະເລ ຫຼື ບັນດາສະຖານທີ່ລະຫຼີ້ນບັນເທິງຕ່າງໆທີ່ຢູ່ໃກ້ກັບນະຄອນໃຫຍ່. ພິເສດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (1954 – 2024), ບັນດາສະຖານທີ່ຢູ່ ດ້ຽນບຽນ ໄດ້ຕ້ອນຮັບຈຳນວນແຂກທ່ອງທ່ຽວສູງສະຖິຕິ.

ຕອບກັບ

ຂ່າວ/ບົດ​ອື່ນ