ໃນ​ທົ່ວ​ໂລກ ມີ​ຜູ້​ເສຍ​ຊີ​ວິດ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ກວ່າ 4,55 ລ້ານ​ຄົນ

(VOVWORLD) -        ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 2 ໂມງ ເຊົ້າຂອງວັນທີ 4 ກັນຍາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 220,6 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 4,55 ລ້ານຄົນເສຍຊີວິດ.

        ອາເມລິກາ ຢືນອັນດັບໜຶ່ງໃນໂລກກ່ຽວກັບຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ, ດ້ວຍຈຳນວນຜູ້ຕິດເຊື້ອເກືອບເທົ່າກັບ 1/5 ຈຳນວນຜູ້ຕິດເຊື້ອໃນທົ່ວໂລກ (ກວ່າ 40,7 ລ້ານຄົນ) ແລະ ຈຳນວນຜູ້ເສຍຊີວິດແມ່ນເທົ່າກັບເກືອບ 1/7 ຈຳນວນຜູ້ເສຍຊີວິດທັງໝົດໃນໂລກ (ເກືອບ 665.000 ຄົນ).

        ຢູ່ ອາຊີ, ອິນເດຍ ແມ່ນປະເທດທີ່ຖືກຜົນສະທ້ອນຫຼາຍທີ່ສຸດໃນພາກພື້ນ ແລະ ຢືນອັນດັບທີ 2 ໃນໂລກ. ຈຳນວນຜູ້ຕິດເຊື້ອຢູ່ປະເທດນີ້ ແມ່ນເກືອບ 33 ລ້ານຄົນ, ໃນຂະນະທີ່ຈຳນວນຜູ້ເສຍຊີວິດແມ່ນຂຶ້ນເຖິງກວ່າ 440.000 ຄົນ. ຢູ່ ອາຊີຕາເວັນອອກສ່ຽງໃຕ້, ອິນໂດເນເຊຍ ແມ່ນປະເທດມີຈຳນວນຜູ້ຕິດເຊື້ອສູງສຸດ ດ້ວຍກວ່າ 4,1 ລ້ານຄົນ, ໃນຂະນະນັ້ນ, ຟີລິບປິນ ຢືນອັນດັບທີ 2 ດ້ວຍກວ່າ 2 ລ້ານຄົນ.

        ຢູ່ ເອີຣົບ, ລັດເຊຍ ແລະ ອັງກິດ ແມ່ນສອງປະເທດຖືກຜົນສະທ້ອນຫຼາຍທີ່ສຸດ. ນີ້ກໍແມ່ນສອງປະເທດທີ່ມີຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດໂຄວິດ - 19 ສູງສຸດໃນທະວີບ.


ຕອບກັບ

ຂ່າວ/ບົດ​ອື່ນ