ໃນ​ທົ່ວ​ໂລກ​ມີ​ຜູ້ຕິດ​ເຊື້ອ​ພະຍາດ​ໂຄ​ວິດ - 19 ກວ່າ 5,3 ລ້ານ​ຄົນ ​

(VOVWORLD) - ໄລ່ຮອດຕອນເຊົ້າວັນທີ 23 ພຶດສະພາ, ໃນທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກວ່າ 5,3 ລ້ານຄົນ ແລະ ມີກວ່າ 340.000 ຄົນເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ. ອາເມລິກາ ຍັງຄົງແມ່ນປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ເມື່ອມີກວ່າ 1,6 ລ້ານກໍລະນີຕິດເຊື້ອ ແລະ ກວ່າ 97.600 ກໍລະນີເສຍຊີວິດ.

        ໃນຂະນະນັ້ນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ເຄື່ອນໄຫວເພື່ອຕ້ານໄພອຶດຫິວ ແລະ ທຸກຍາກ (AAH) ໄດ້ກ່າວເຕືອນວ່າ ໂລກລະບາດດັ່ງກ່າວ ອາດຈະເຮັດໃຫ້ ພາກພື້ນ ອາເມລິກາ ລາຕິນ ມີຜູ້ທຸກຍາກຕື່ມອີກ 29 ລ້ານຄົນ, ກໍຄືຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍຈາກຊາວອົບພະຍົບ. ໃນແຈ້ງການໜຶ່ງທີ່ເປັນທາງການ, ອົງການ AAH ໄດ້ສະແດງຄວາມວິຕົກກັງວົນເປັນພິເສດຕໍ່ເລື່ອງຊາວອົບພະຍົບກັບມາບ້ານເກີດເມືອງນອນ ຍ້ອນເສດຖະກິດຖືກຊຸດໂຊມ ແລະ ສະພາວະສຸກເສີນຂອງບັນດາປະຊາຄົມຊາວທ້ອງຖິ່ນຢູ່ບັນດາເຂດຊາຍແດນ ພ້ອມທັງໃຫ້ຂໍ້ສັງເກດວ່າ ອາເມລິກາ ລາຕິນ ຢ້ານກົວຕໍ່ໄພອຶດຫິວ ເຊິ່ງໂລກລະບາດໂຄວິດ - 19 ກໍ່ຂຶ້ນ ແມ່ນຮ້າຍແຮງກວ່າ ໂລກລະບາດດັ່ງກ່າວອີກຊໍ້າ.

        ອົງການອະນາໄມໂລກ ແລະ ກອງທຶນເພື່ອເດັກນ້ອຍ ແຫ່ງ ສປຊ (UNICEF) ກໍຖືວ່າ: ໂລກລະບາດໂຄວິດ - 19 ພວມເຮັດໃຫ້ເດັກນ້ອຍຈໍານວນ 80 ລ້ານຄົນ ທີ່ມີອາຍຸຕໍ່າກວ່າ 1 ປີໃນທົ່ວໂລກ ປະສົບກັບຄວາມສ່ຽງ ຍ້ອນລາຍການສັກຢາວັກຊີນທົ່ວໄປ ຖືກຂາດວັກຂາດຕອນ.


ຕອບກັບ

ຂ່າວ/ບົດ​ອື່ນ