ໃນ​ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 175 ລ້ານ​ຄົນ

(VOVWORLD) -  ໄລ່ຮອດຕອນເຊົ້າວັນທີ 9 ມິຖຸນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 175 ລ້ານຄົນ, ໃນນັ້ນມີ 3,76 ລ້ານຄົນ ເສຍຊີວິດ. ປະເທດທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ຍັງຄົງແມ່ນ ອາເມລິກາ, ຖັດຈາກນັ້ນແມ່ນ ອິນເດຍ, ບຣາຊິນ.
ໃນ​ທົ່ວ​ໂລກ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ເກືອບ 175 ລ້ານ​ຄົນ - ảnh 1ໂຮງໝໍ Jabalpur, ອິນເດຍ (ພາບ: AFP/TTXVN)

ໄລ່ຕາມອັດຕາປະຊາກອນ, ເປຣູ ແມ່ນປະເທດທີ່ມີອັດຕາຜູ້ເສຍຊີວິດສູງສຸດ, ຕາມນັ້ນແລ້ວ, ໃນຈຳນວນປະຊາກອນ 100.000 ຄົນໃດກໍ່ ມີ 566 ຄົນ ເສຍຊີວິດ. ສ່ວນໄລ່ຕາມພາກພື້ນແລ້ວ, ປັດຈຸບັນ ອາເມລິກາ ລາຕິນ ແລະ ກາຣາເບ ແມ່ນຈຸດໃຈກາງຂອງໂລກລະບາດ, ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກວ່າ 34 ລ້ານຄົນ, ໃນນັ້ນ ມີກວ່າ 1,18 ລ້ານຄົນເສຍຊີວິດ. ຖັດຈາກນັ້ນ ແມ່ນ ເອີຣົບ, ອາເມລິກາເໜືອ, ອາຊີ, ຕາເວັນອອກກາງ, ອາຟະລິກາ ແລະ ໂອເຊອາເນຍ.

        ສະເພາະຢູ່ ຫວຽດນາມ, ນັບແຕ່ເວລາ 6 ໂມງເຊົ້າ ຫາເວລາ 18 ໂມງຂອງວັນທີ 9 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອລາຍໃໝ່ຕື່ມອີກ 407 ຄົນ, ໄລ່ຮອດເວລາ 18 ໂມງຂອງວັນທີ 9 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອລວມທັງໝົດ 9.565 ຄົນ, ໃນນັ້ນ ມີ 3.636 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 55 ຄົນເສຍຊີິວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ