ໃນປີ 2017 ຄະນະປະຈຳສະພາແຫ່ງຊາດຈະຈັດຕັ້ງວາລະປະຊຸມ 10 ຄັ້ງ

ໃນປີ 2017 ຄະນະປະຈຳສະພາແຫ່ງຊາດຈະຈັດຕັ້ງວາລະປະຊຸມ 10 ຄັ້ງ - ảnh 1
(ພາບປະກອບ)

(vovworld) - ຄາດ​ຄະ​ເນ​ວ່າ ​ໃນ​ປີ 2017 ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ດຳ​ເນີນ​ວາລະ​ປະຊຸມ 10 ຄັ້ງ (ນັບ​ແຕ່​ວາລະ​ປະຊຸມ​ຄັ້ງ​ທີ 6 ມາ​ຮອດ​ວາລະ​ປະຊຸມ​ຄັ້ງ​ທີ 15). ນີ້​ແມ່ນ​ເນື້ອ​ໃນ​ລາຍການ​ປະຕິບັດ​ງານ​ປີ 2017 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 14 ​ເຊິ່ງ​ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດຫາ​ກໍ່​ປະກາດ​​ໃຊ້. ກ່ຽວ​ກັບ​ວຽກ​ງາ​ນສ້າງ​ກົດໝາຍ, ລັດຖະບັນຍັດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ສືບ​ຕໍ່​ຊີ້​ນຳ​​ເລື່ອງກວດກາການ​ປັບປຸງ, ​ເພີ່ມ​ເຕີ່​ມ, ປະກາດ​ໃຊ້​ໃໝ່​ບັນດາ​ເອກະສານ​ນິຕິ​ກຳ ​ເພື່​ອຫັນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ເປັນ​ລະອຽດ, ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດ​ຊາດ; ຜັນ​ຂະຫຍາຍ​ການປະຕິບັດ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2017, ຮັບປະກັນ​ຄຸນ​ນະພາ​ບ, ຄວາມ​ຄືບ​ໜ້າ​ກະກຽມບັນດາ​​ໂຄງການ, ​ແຜນ​ຮ່າງ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ຈະ​ຊີ້​ນຳ​ວຽກ​ງານ​ກະກຽມ ​ແລະ ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຮັບຮອງ​ເອົາ​ມະຕິ​ກ່ຽວ​ກັບ​ລາຍການ​ສ້າງ​ກົດໝາຍ, ລັດຖະບັນຍັດ​ປີ 2018; ພິຈາລະນາ ຮັບຮອງ​ເອົາ​ລັດຖະບັນຍັດ, ມະຕິ​ຕາມການ​ແບ່ງງານ​ຂອງ​ຈາກ​ສະພາ​ແຫ່ງ​ຊາດ. ກ່ຽວ​ກັບ​ວຽກ​ງານ​ຕິດຕາມ​ກວ​ດ​ກາ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຈະ​ປະກອບ​ຄຳ​ເຫັນ​ໃສ່​ບົດ​ລາຍ​ງານ​ຕີ​ລາຄາ​ເພີ່ມ​ເຕີ່​ມກ່ຽວ​ກັບ​ໝາກຜົນ​ແຫ່ງ​ການ​ປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2016; ຕີ​ລາຄາ​ສະພາບ​ການ​ຜັນ​ຂະຫຍາຍ​ການປະຕິບັດ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​​ແຫ່ງ​ລັດ​ໃນ​ຊຸມ​ເດືອນ​ຕົ້ນ​ປີ 2017; ລາຍ​ງານສະຫລຸບຂາດ​ຕົວ​ງົບປະມານ​ແຫ່ງ​ລັດ​ປີ 2015; ລາຍ​ງານ​ກ່ຽວ​ກັບ​ການ​ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸມ​ເຟືອຍ​ປີ 2016; ຊີ​້ນຳ​ການປັບປຸງ​ບັນດາ​ບົດ​ລາຍ​ງານ​ທີ່​ກ່ຽວຂ້ອງ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 3. ພ້ອມ​ທັງ ປະກອບ​ຄຳ​ເຫັນ​ໃສ່​ບັນດາ​ບົດ​ລາຍ​ງານ​ຕີ​ລາຄາ​ກ່ຽວ​ກັບ​ການ​ປະຕິບັດ​ແຜນການ​ພັ​ດທະນາ​ເສດຖະກິດ - ສັງຄົມ ​ແລະ ງົບປະມານ​ແຫ່ງ​ລັດ​ປີ 2017, ​ແຜນການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ​ແຜນ​ງົບປະມານ​ແຫ່ງ​ລັດ​ປີ 2018; ບັນດາ​ບົດ​ລາຍ​ງານ​ວຽກ​ງານ​ຂອງ​ສານ​ປະຊາຊົນ​ສູງ​ສຸດ, ອົງການ​ໄອ​ຍະ​ການ​ປະຊາຊົນ​ສູງ​ສຸດ, ອົງການ​ກວດ​ສອບ​ແຫ່ງ​ລັດ; ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ແກ້​ໄຂຄຳ​ຮ້ອງທຸກ, ຟ້ອງ​ຮ້ອງ; ລາ​ຍງານ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ລັດຖະທຳ​ມະນູນ, ກົດໝາຍ, ມະຕິ​ຂອງ​ສະຫາ​ແຫ່ງ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ