ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຊາວ​ຫວຽດ​ນາມ ມີ​ຄວາມ​​ປະ​ເອີບ​ໃຈ​ ທີ່​ສຸດ

(VOVWORLD) -ດັດຊະນີຄວາມປະເອີບໃຈຕໍ່ອະນາຄົດຂອງ ຫວຽດນາມ ຖືກຈັດຢູ່ລະດັບສູງສຸດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍ 62 ຄະແນນ, ໃນຂະນະນັ້ນ, ມາເລເຊຍ ຢືນອັນດັບທີ 2 ດ້ວຍ 53 ຄະແນນ.
ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຊາວ​ຫວຽດ​ນາມ ມີ​ຄວາມ​​ປະ​ເອີບ​ໃຈ​ ທີ່​ສຸດ - ảnh 1(ພາບປະກອບ: baodautu.vn)
ຕາມການຄົ້ນຄວ້າຫຼ້າສຸດຂອງທະນາຄານ United Oversea Bank, ຫວຽດນາມ ແມ່ນປະເທດທີ່ມີຄວາມປະເອີບໃຈທີ່ສຸດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ໂດຍບໍ່ຫົວຊາຕໍ່ບັນດາສິ່ງທ້າທາຍດ້ານເສດຖະກິດ - ສັງຄົມ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ. ບົດລາຍງານຂອງທະນາຄານ United Oversea Bank ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ: ດັດຊະນີຄວາມປະເອີບໃຈຕໍ່ອະນາຄົດຂອງ ຫວຽດນາມ ຖືກຈັດຢູ່ລະດັບສູງສຸດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ດ້ວຍ 62 ຄະແນນ, ໃນຂະນະນັ້ນ, ມາເລເຊຍ ຢືນອັນດັບທີ 2 ດ້ວຍ 53 ຄະແນນ. ອະທິບາຍກ່ຽວກັບໝາກຜົນດັ່ງກ່າວ, ບົດລາຍງານດັ່ງກ່າວ ໄດ້ຍົກອອກການຄາດຄະເນວ່າ ເສດຖະກິດ ຫວຽດນາມ ອາດຈະມີການເຕີບໂຕກວ່າ 7% ໃນປີນີ້, ພ້ອມກັນນັ້ນ, ບົດລາຍງານດັ່ງກ່າວກໍເຕື້ອງເຖິງເລື່ອງ ກະຊວງສາທາລະນະສຸກ ຫວຽດນາມ ສາມາດຜະລິດວັກຊິນກັນພະຍາດໂຄວິດ - 19 ໄດ້ 2 ຊະນິດ. ທັງໝົດເຫຼົ່ານັ້ນ ລ້ວນແຕ່ແມ່ນປັດໄຈປະກອບສ່ວນຍົກສູງຄວາມຫວັງໃນໝູ່ປະຊາຊົນ. ກໍຕາມບົດລາຍງານດັ່ງກ່າວ, ປະຊາຊົນສ່ວນຫຼວງຫຼາຍລ້ວນແຕ່ເຊື່ອໝັ້ນຢ່າງແນວແນ່ວ່າ ຫວຽດນາມ ຈະພັດທະນາຢ່າງວັດທະນາຖາວອນກວ່າອີກ, ຊີວິດຂອງເຂົາເຈົ້າໃນອະນາຄົດ ຈະດີກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ