ໃນ​ຮ່າງແຜນການ​ທີ່​ໜ້າປະ​ເອີ​ບ​ໃຈ​ທີ່​ສຸດ, ​​ໃນ​ປີ 2020 ເສດຖະກິດ​ຫວຽດນາມ ​ເຕີບ​ໂຕ 5,3%

(VOVWORLD) -ໃນວັນທີ 17 ມິຖຸນາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມສໍາມະນາປະກາດບົດລາຍງານປະຈໍາປີເສດຖະກິດຫວຽດນາມ ຂອງມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ໂດຍສະຖາບັນຄົ້ນຄວ້າເສດຖະກິດ ແລະ ນະໂຍບາຍ (VEPR) ຂຶ້ນກັບມະຫາວິທະຍາໄລເສດຖະກິດ ປະຕິບັດ
ໃນ​ຮ່າງແຜນການ​ທີ່​ໜ້າປະ​ເອີ​ບ​ໃຈ​ທີ່​ສຸດ, ​​ໃນ​ປີ 2020 ເສດຖະກິດ​ຫວຽດນາມ ​ເຕີບ​ໂຕ 5,3% - ảnh 1 ທ່ານ ປະລິນຍາເອກ ຫງວຽນດຶກແທງ - ຜູ້ຮຽບຮຽງບົດລາຍງານ ກ່າວຄໍາເຫັນທີ່ກອງປະຊຸມ (ພາບ: SGGP)

        . ດ້ວຍຫົວຂໍ້ “ປັບປຸງບ່ອນອີງສົກປີການເງິນແກ່ການພັດທະນາ”, ບົດລາຍງານປະຈໍາປີເສດຖະກິດຫວຽດນາມ 2020 ໄດ້ຕີລາຄາວ່າ ບົນພື້ນຖານການໄຈ້ແຍກກ່ຽວກັບບັນດາທ່າອ່ຽງການຜັນແປຕົ້ນຕໍຂອງເສດຖະກິດໂລກ ກໍຄືຢູ່ການຕີລາຄາຄວາມສ່ຽງ ແລະ ຂໍ້ສະດວກຢູ່ຕະຫຼາດສາກົນ ກໍຄືພາຍໃນປະເທດ, ບັນດາຜູ້ເຂົ້າຮ່ວມໃຫ້ຂໍ້ສັງເກດວ່າ ສໍາລັບຮ່າງແຜນການທີ່ໜ້າປະເອີບໃຈທີ່ສຸດນັ້ນ,  ການເຕີບໂຕເສດຖະກິດຂອງຫວຽດນາມ ໄດ້ຮັບການຄາດຄະເນວ່າ ບັນລຸໄດ້ປະມານ 5,3% ໃນທັງປີ 2020. ສໍາລັບຮ່າງແຜນການຢູ່ລະດັບກາງ ແລະ ລະດັບຕໍ່າສຸດ, ລະດັບການເຕີບໂຕໃນປີ 2020 ຂອງເສດຖະກິດຫວຽດນາມ ອາດຈະບັນລຸພຽງແຕ່ 3,9% ຫຼື ຕໍ່າທີ່ສຸດແມ່ນ 1,7%. ໄພເງິນເຟີ້ບໍ່ແມ່ນບັນຫາຂອງປີ 2020 ແລະ ໄດ້ຮັບການຄາດຄະເນວ່າຈະຢູ່ໃນລະດັບຕໍ່າກວ່າ 4%. 

ຕອບກັບ

ຂ່າວ/ບົດ​ອື່ນ