ໃນ​ເບື້ອງ​ຕົ້ນ ອີ​ຢູ ​ ເຫັນ​ດີ​ເປັນ​ເອ​ກະ​ພາບກ່ຽວ​ກັບ​ແຜນ​ການ​ຮ່ວມ​ກັນ​ຊື້​ຍຸດ​ໂທ​ປະ​ກອນ ເພື່ອ​ໜູນ​ຊ່ວຍ ຢູ​​ແກຼນ

(VOVWORLD) -ບັນດາປະເທດສະມາຊິກໃນກຸ່ມ ຈະຮັບການຊ່ວຍເຫຼືອດ້ານການເງິນ ລວມມູນຄ່າ 1 ຕື້ ເອີໂຣ ເພື່ອສົ່ງຍຸດໂທປະກອນໄປຍັງ Kiew ຕື່ມອີກ, ໃນຂະນະນັ້ນ, ຊ່ວຍເຫຼືອອີກ 1 ຕື້ ເອີໂຣ ເພື່ອຮ່ວມຊື້ຍຸດໂທປະກອນ.
ໃນ​ເບື້ອງ​ຕົ້ນ ອີ​ຢູ ​ ເຫັນ​ດີ​ເປັນ​ເອ​ກະ​ພາບກ່ຽວ​ກັບ​ແຜນ​ການ​ຮ່ວມ​ກັນ​ຊື້​ຍຸດ​ໂທ​ປະ​ກອນ ເພື່ອ​ໜູນ​ຊ່ວຍ ຢູ​​ແກຼນ - ảnh 1ຝລັ່ງ ແລະ ອົດສະຕາລີ ເຫັນດີຮ່ວມມືກັນຜະລິດລູກປືນ ເພື່ອໜູນຊ່ວຍ ຢູແກຼນ  (ພາບປະກອບ: Aa)

ວັນທີ 8 ມີນາ, ບັນດາປະເທດສະມາຊິກ ສະຫະພາບເອີຣົບ (ອີຢູ) ເຫັນດີເພີ່ມທະວີການສະໜອງ ແລະ ຊື້ຍຸດໂທປະກອນເພີ່ມເຕີມເພື່ອໜູນຊ່ວຍ ຢູແກຼນ. ຕາມແຜນການໂດຍ ທ່ານ Josep Borrell  ຕາງໜ້າຜູ້ແທນຂັ້ນສູງຂອງ ອີຢູ ຮັບຜິດຊອບນະໂຍບາຍຄວາມໝັ້ນຄົງ ແລະ ການຕ່າງປະເທດ ຍົກອອກມາ, ບັນດາປະເທດສະມາຊິກໃນກຸ່ມ ຈະຮັບການຊ່ວຍເຫຼືອດ້ານການເງິນ ລວມມູນຄ່າ 1 ຕື້ ເອີໂຣ ເພື່ອສົ່ງຍຸດໂທປະກອນໄປຍັງ Kiew ຕື່ມອີກ, ໃນຂະນະນັ້ນ, ຊ່ວຍເຫຼືອອີກ 1 ຕື້ ເອີໂຣ ເພື່ອຮ່ວມຊື້ຍຸດໂທປະກອນ.

        ກ່າວຄຳເຫັນພາຍຫຼັງກອງປະຊຸມບໍ່ເປັນທາງການຂອງບັນດາລັດຖະມົນຕີກະຊວງປ້ອງກັນປະເທດ ອີຢູ ຢູ່ Stockholm ຊູແອັດ ດ້ວຍການເຂົ້າຮ່ວມຂອງທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຢູແກຼນ Oleksii Reznikov, ທ່ານ Borrell ຫວັງວ່າ ແຜນການດັ່ງກ່າວ ຈະສຳເລັດໃນກອງປະຊຸມລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດ ອີຢູ ໃນວັນທີ 20 ມີນາ ຈະມາເຖິງ. ໃນຂະນະນັ້ນ, ທ່ານ Reznikov ໄດ້ຮຽກຮ້ອງຄູ່ຮ່ວມຕຳແໜ່ງ ອີຢູ ສະໜັບສະໜູນແຜນການຂອງ Estonia, ຕາມນັ້ນແລ້ວ, ບັນດາປະເທດສະມາຊິກໃນກຸ່ມ ຮ່ວມສຳພັນນຳກັນເພື່ອຊື້ລູກປືນໃຫຍ່  ຂະໜາດ 155 mm ຈຳນວນ 1 ລ້ານລູກ ໃນປີນີ້ ດ້ວຍມູນຄ່າ 4 ຕື້ ເອີໂຣ ເພື່ອແນໃສ່ໜູນຊ່ວຍກອງທັບ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ