ໃນ​ເບື້ອງ​ຕົ້ນຜູ້​ສະໝັກ​ເລືອກ​ຕັ້ງ Joe Biden ຍາດ​ໄດ້​ໄຊຊະນະ​ຢູ່ 7 ລັດ ສໍາຄັນ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020

(VOVWORLD) -ທ່ານ Joe Biden ຮອງອະດີດປະທານາທິບໍດີ ອາເມລິກາ ຍາດໄດ້ບັດສະໜັບສະໜູນ 301 ບັດ.
ໃນ​ເບື້ອງ​ຕົ້ນຜູ້​ສະໝັກ​ເລືອກ​ຕັ້ງ Joe Biden ຍາດ​ໄດ້​ໄຊຊະນະ​ຢູ່ 7 ລັດ ສໍາຄັນ​ໃນ​ການ​ປ່ອນ​ບັດ​ເລືອກ​ຕັ້ງ ອາ​ເມ​ລິ​ກາ 2020 - ảnh 1ທ່ານ Joe Biden ຮອງອະດີດປະທານາທິບໍດີ ອາເມລິກາ (ພາບ: AFP/ TTXVN)

        ຕາມໝາກຜົນຂອງການປ່່ອນບັດເລືອກຕັ້ງໃນເບ້ືອງຕົ້ນຂອງວັນທີ 03 ມີນາ, ເຊິ່ງເປັນວັນ “Super Tuesday” ຂອງການປ່ອນບັດເລືອກຕັ້ງ ອາເມລິກາ ປີ 2020, ທ່ານ Joe Biden ຮອງອະດີດປະທານາທິບໍດີ ອາເມລິກາ ຍາດໄດ້ໄຊຊະຍະຢູ່ 7 ລັດ ທີ່ສໍາຄັນ ໃນຈໍານວນ 14 ລັດ ຂອງ ອາເມລິກາ ພ້ອມກັບການຈັດຕັ້ງການປ່ອນບັດຂັ້ນເບື້ອງຕົ້ນໃນການແຂ່ງຂັນຍາດຊີງຕໍາແໜ່ງ ປະທານາທິບໍດີ ອາເມລິກາ ປີ 2020.

        ປັດຈຸບັນ, ຜູ້ສະໝັກເລືອກຕັ້ງແຖວໜ້າຂອງພັກປະຊາທິປະໄຕ ອາເມລິກາ ມີທ່າໄດ້ປຽບຢ່າງຂາດຂັ້ນຢູ່ລັດ 7 ແຫ່ງຄື: Virginia, Alabama, Oklahoma, Tennessee, Minnesota, Arkansas ແລະ Carolina ເໜືອ. ໄຊຊະນະຢູ່ ລັດ Carolina ເໜືອ ແລະ Virginia ແມ່ນບັນດາໝາກຜົນທີ່ສໍາຄັນທີ່ສຸດ ສໍາລັບທ່ານ Joe Biden, ເພາະວ່າ ນີ້ແມ່ນບັນດາລັດ “ຍຸດທະສາດ” ມີລັກສະນະຕັດສິນໃນການແຂ່ງກັນເຂົ້າທໍານຽບຂາວ. ໃນຂະນະນັ້ນ, ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont ພັດຍາດໄດ້ໄຊຊະນະຢູ່ລັດ Colorado, Vermont ແລະ Utah.

        ໄລ່ມາຮອດປັດຈຸບັນ, ທ່ານ Joe Biden ອະດີດຮອງປະທານາທິບໍດີ ອາເມລິກາ ຍາດໄດ້ບັດສະໜັບສະໜູນ 301 ບັດ, ໃນຂະນະທີ່ ທ່ານ Bernie Sanders ສະມາຊິກສະພາສູງລັດ Vermont ຍາດໄດ້ພຽງແຕ່ 193 ບັດ ເທົ່ານັ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ