ໃນໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ກ່ວາ 3,75 ລ້ານຄົນ

(VOVWORLD) -  ໄລ່ຮອດເວລາ 21 ໂມງຂອງວັນທີ 06 ພຶດສະພາ, ຕາມເວລາ ຫວຽດນາມ, ທົ່ວໂລກມີຜູ້ຕິດເຊື້ອພະຍາດອັກເສບປອດໂຄວິດ-19 ກ່ວາ 3,75 ລ້ານຄົນ, ໃນນັ້ນ ມີກ່ວາ 259.000 ຄົນເສຍຊີວິດ.

        ຕາມຕົວເລກສະຖິຕິຂອງເວັບໄຊ worldometers.info ແລ້ວ, ຢືນຢູ່ແຖວໜ້າໂລກກ່ຽວກັບ 2 ດັດຊະນີຈຳນວນຜູ້ຕິດໄວຣັດ SARS-CoV-2 ແລະ ຈຳນວນຜູ້ເສຍຊີວິດຍັງສືບຕໍ່ແມ່ນປະເທດ ອາເມລິກາ ດ້ວຍຈຳນວນຜູ້ຕິດເຊື້ອແມ່ນກ່ວາ 1,2 ລ້ານຄົນ ແລະ ມີກ່ວາ 72.000 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດຢູ່ ອາເມລິກາ ຍັງມີຄວາມສ່ຽງຕິດແປດຢ່າງສູງ ໃນສະພາວະປະເທດນີ້ ຄ່ອຍໆຫລຸດຜ່ອນບັນດາມາດຕະການແຍກຫ່າງໃນສັງຄົມ ເພື່ອເຊື່ອມຕໍ່ບັນດາການເຄື່ອນໄຫວເສດຖະກິດຄືນໃໝ່.


ຕອບກັບ

ຂ່າວ/ບົດ​ອື່ນ