ໃຫ​້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສັງ​ຄົມ​ໄລ​ຍະ 2022-2030

(VOVWORLD) - ຫົວເລື່ອງຂອງການໂອ້ລົມສົນທະນາ ໂດຍກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຈັດຂຶ້ນໃນຕອນເຊົ້າວັນທີ 28 ທັນວາ ຢູ່ຮ່າໂນ້ຍ ແມ່ນ "ໃຫ້ບຸລິມະສິດການຮ່ວມມືສາກົນໃນຂົງເຂດແຮງງານ ແລະ ສັງຄົມໄລຍະ 2022-2030''.
ໃຫ​້​ບຸ​ລິ​ມະ​ສິດ​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດ​ແຮງ​ງານ ແລະ ສັງ​ຄົມ​ໄລ​ຍະ 2022-2030 - ảnh 1(ພາບ: VOV)

     ທີ່ການໂອ້ລົມສົນທະນາ, ບັນດາຜູ້ແທນຖືວ່າ ການຮ່ວມມືສາກົນໃນຂົງເຂດແຮງງານ ແລະ ສັງຄົມ ໄດ້ນຳມາເຊິ່ງການໜູນຊ່ວຍດ້ານການເງິນ ແລະ ເຕັກນິກຫຼາຍຢ່າງ, ປະກອບສ່ວນສ້າງລະບອບລະບຽບການໃຫ້ສົມບູນແບບ ແລະ ຍົກສູງປະສິດທິຜົນໃນການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບແຮງງານ ແລະ ສັງຄົມ, ຮັບປະກັນສິດໄດ້ດຳລົງຊີວິດຂອງພົນລະເມືອງໃຫ້ເປັນຢ່າງດີກ່ວາ. ມາຮອດປະຈຸບັນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ມີການພົວພັນຮ່ວມມືກັບ 180 ຄູ່ຮ່ວມມືສາກົນ, ລວມມີເກືອບ 20 ອົງການຂອງ ສປຊ ແລະ ບັນດາອົງການຈັດຕັ້ງສາກົນອື່ນ.

   ເຂົ້າຮ່ວມການໂອ້ລົມສົນທະນາມີຫຼາຍຄູ່ຮ່ວມມືສາກົນຄື: ອົງການແຮງງານສາກົນ (ILO), ໂຄງການຮ່ວມມືດ້ານການສຶກສາວີຊາຊີບ-ອົງການຮ່ວມມື ເຢຍລະມັນ GIZ; ຫ້ອງການຮ່ວມມື ແລະ ພັດທະນາ ຍີ່ປຸ່ນ (JICA)… ໄດ້ພ້ອມກັນແລກປ່ຽນ, ປະກອບບັນດາຄຳເຫັນ, ຂໍ້ສະເໜີແນະທີ່ມີປະໂຫຍດ; ພ້ອມທັງຍົກອອກຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍຫວຽດນາມ ໃນຂົງເຂດແຮງງານ, ການຮັບປະກັນຊີວິດສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ