ໃຫ້ບຸລິມະສິດແຫ່ງທຶນແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ

(VOVWORLD) - ຮູບແບບບ້ວງສິນເຊື່ອນະໂຍບາຍສັງຄົມຂອງ ຫວຽດນາມ ບັນລຸຜົນສຳເລັດ ແລະ ໄດ້ຮັບການຕີລາຄາສູງຈາກໂລກ.
ໃຫ້ບຸລິມະສິດແຫ່ງທຶນແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ)

        ທະນາຄານນະໂຍບາຍສັງຄົມ ຕ້ອງສຸມໃສ່ໃຫ້ບຸລິມະສິດແຫ່ງທຶນແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ໄດ້ຍົກອອກມາໃນກອງປະຊຸມສະຫຼຸບ 10 ປີ (2014 – 2024) ແຫ່ງການປະຕິບັດຄຳສັ່ງເລກທີ 40 ຂອງຄະນະເລຂາທິການສູນກາງພັກຊຸດທີ 11 ກ່ຽວກັບບ້ວງສິນເຊື່ອນະໂຍບາຍສັງຄົມ ທີ່ຈັດຂຶ້ນແບບທາງໄກກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ແບບຊຶ່ງໜ້າຢູ່ ຮ່າໂນ້ຍ ໃນຕອນບ່າຍວັນທີ 14 ສິງຫາ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ, ຮູບແບບບ້ວງສິນເຊື່ອນະໂຍບາຍສັງຄົມຂອງ ຫວຽດນາມ ບັນລຸຜົນສຳເລັດ ແລະ ໄດ້ຮັບການຕີລາຄາສູງຈາກໂລກ.

        “ທະນາຄານນະໂຍບາຍສັງຄົມ ໄດ້ຮັບການຕີລາຄາສູງຈາກທະນາຄານໂລກວ່າ ແມ່ນຫົວໜ່ວຍສະໜອງການບໍລິການການເງິນຈຸລະພາກໃຫຍ່ທີ່ສຸດຂອງ ຫວຽດນາມ ແລະ ແມ່ນໜຶ່ງໃນບັນດາທະນາຄານສະໜອງການເງິນຈຸລະພາກໃຫຍ່ທີ່ສຸດຢູ່ ອາຊີ, ແມ່ນໜຶ່ງໃນຈຳນວນໜ້ອຍຮູບແບບທີ່ບັນລຸຜົນສຳເລັດ ແລະ ຍືນຍົງຢູ່ໃນໂລກ. ການເດີນທາງພັດທະນາຂອງທະນາຄານນະໂຍບາຍສັງຄົມ ໄດ້ນຳມາເຊິ່ງບົດຮຽນທີ່ລ້ຳຄ່າໃຫ້ແກ່ລັດຖະບານບັນດາປະເທດພວມພັດທະນາອື່ນ”.

        ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ທະນາຄານນະໂຍບາຍສັງຄົມ ສຸມໃສ່ໃຫ້ບຸລິມະສິດແຫຼ່ງທຶນແກ່ປະຊາຊົນບັນດາເຜົ່າສ່ວນໜ້ອຍເຂດພູດອຍ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດຊາຍແດນ, ໝູ່ເກາະ, ຍົກສູງຄຸນນະພາບການຮັບໃຊ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ