​ໃຫ້ບຸລິມະສິດ​​ໃນ​ການນໍາ​ໃຊ້​ພື້ນຖານ​ເຕັກ​ໂນ​ໂລ​ຢີ​ເ​ຂົ້າ​ໃນ​ການ​ຈັດ​ກອງ​ປະຊຸມ​ອອນ​ລາຍ “Make in Vietnam”

(VOVWORLD) -   ຕອນບ່າຍວັນທີ 29 ພຶດສະພາ, ຢູ່ຮ່າໂນ້ຍ, ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ຈັດຕັ້ງພິທີເປີດການນໍາໃຊ້ ມາດຕະການກອງປະຊຸມອອນລາຍ ໂດຍ ສະຫະພັນ CoMeet ສະໜອງ. ທີ່ພິທີ, ຜູ້ຕາງໜ້າສະຫະພັນ CoMeet ໄດ້ປະຕິບັດການເຊື່ອມຕໍ່່ 7 ຈຸດຖ່າຍທອດສົດຢູ່ບັນດາສະຖານທີ່ຢູ່ສອງພາກ ເໜືອ, ໃຕ້ ແລະ ນໍາໃຊ້ມາດຕະການກອງປະຊຸມອອນລາຍ CoMeet.
​ໃຫ້ບຸລິມະສິດ​​ໃນ​ການນໍາ​ໃຊ້​ພື້ນຖານ​ເຕັກ​ໂນ​ໂລ​ຢີ​ເ​ຂົ້າ​ໃນ​ການ​ຈັດ​ກອງ​ປະຊຸມ​ອອນ​ລາຍ “Make in Vietnam” - ảnh 1ພິທີເປີດການນໍາໃຊ້ ມາດຕະການກອງປະຊຸມອອນລາຍ ໂດຍ ສະຫະພັນ CoMeet ສະໜອງ  (ພາບ: qdnd.vn)

        ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້ CoMeet, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ຫງວຽນແທັ່ງຮຶງ ເນັ້ນໜັກວ່າ:

        “ການກໍາເນີດຂຶ້ນຂອງ CoMeet ອີກຄັ້ງໜຶ່ງໄດ້ຢັ້ງຢືນໃຫ້ເຫັນ ຄວາມສາມັກຄີ, ເຫັນດີເປັນເອກະພາບ, ບັນດາວິສາຫະກິດຫວຽດນາມ ຍິ່ງນັບມື້ນັບປະດິດສ້າງຫຼາຍການບໍລິການ, ຜະລິດຕະພັນ “Make in Vietnam” ທີ່ບັນລຸມາດຕະຖານສາກົນ, ປະກອບສ່ວນເຂົ້າໃນພາລະກິດເປັນເຈົ້າຂອງເຕັກໂນໂລຢີ, ຫຼຸດຜ່ອນການເອື້ອຍອີງໃສ່ບັນດາພື້ນຖານຂອງຕ່າງປະເທດ, ປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນແຫ່ງຊາດ. ກະຊວງຖະແຫຼງຂ່າວ ແລະ ສື່ສານຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ມາດຕະການຈັດກອງປະຊຸມອອນລາຍ CoMeet ຂອງ ສະຫະພັນ CoMeet ແລະ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ວິສາຫະກິດ ເມື່ອມີຄວາມຕ້ອງການຈັດກອງປະຊຸມອອນລາຍ ຈະໃຫ້ບຸລິມະສິດໃນການຄັດເລືອກ ແລະນໍາໃຊ້ບັນດາມາດຕະການ ແລະ ການບໍລິການ ໂດຍວິສາຫະກິດຫວຽດນາມ ສະໜອງ”.


 

ຕອບກັບ

ຂ່າວ/ບົດ​ອື່ນ