ໄຂ Festival “ກັບເມືອເຂດ ຂັບກວານເຮາະ - 2023”

(VOVWORLD) - Festival “ກັບເມືອເຂດ ກວາງເຮາະ - 2023”ແມ່ນວັນບຸນວັດທະນະທຳໃຫຍ່ດ້ວຍ 30 ກິດຈະກຳວັດທະນະທຳ, ກິລາ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຖືກຈັດຂຶ້ນໃນບໍລິເວນແຂວງ;
ໄຂ Festival “ກັບເມືອເຂດ ຂັບກວານເຮາະ - 2023” - ảnh 1ພິທີໄຂຈັດຂຶ້ນຕອນຄ່ຳວັນທີ 25 ກຸມພາ
(ພາບ:TTXVN)

ຕອນຄ່ຳວັນທີ 25 ກຸມພາ, ຢູ່ສະໜາມຫຼວງຫໍວັດທະນະທຳ ກິງບັກ, ນະຄອນ ບັກນິງ, ແຂວງ ບັກນິງ ໄດ້ຈັດພິທີໄຂ Festival “ກັບເມືອເຂດຂັບ ກວານເຮາະ - 2023” ຢ່າງສົມກຽດ ແລະ ຮັບຂໍ້ຕົກລົງຢັ້ງຢືນວັດຖຸພັນ 3 ຢ່າງ, ກຸ່ມວັດຖຸພັນເປັນຂອງປະເສີດແຫ່ງຊາດ.   

          ກ່າວຄຳເຫັນທີ່ພິທີ, ທ່ານນາງ ຫງວຽນເຮືອງຢາງ, ປະທານຄະນະກຳມະການປະຊາຊົນ ແຂວງ ບັກນິງ ເນັ້ນໜັກວ່າ: Festival “ກັບເມືອເຂດ ກວາງເຮາະ - 2023”ແມ່ນວັນບຸນວັດທະນະທຳໃຫຍ່ດ້ວຍ 30 ກິດຈະກຳວັດທະນະທຳ, ກິລາ, ທ່ອງທ່ຽວທີ່ເປັນເອກະລັກສະເພາະຖືກຈັດຂຶ້ນໃນບໍລິເວນແຂວງ; ແມ່ນບ່ອນເຊື່ອມຕໍ່ສິ່ງທີ່ ຍອດຍິ່ງ, ສີສັນວັດທະນະທຳບັນດາເຜົ່າທີ່ເປັນຕົວແທນໃຫ້ບັນດາເຂດພາກໃນທົ່ວປະເທດ ໄດ້ມາເຕົ້າໂຮມ ແລະ ແຜ່ກະຈາຍຢູ່ດິນແດນ ບັກນິງ ແຫ່ງ ອະລິຍະທຳນັບພັນປີ. ທ່ານນາງ ຫງວຽນເຮືອງຢາງ, ປະທານຄະນະກຳມະການປະຊາຊົນແຂວງ ບັກນິງ ຢັ້ງຢືນວ່າ:

          “ຜ່ານການຈັດ Festival “ກັບເມືອເຂດ ຂັບກວານເຮາະ - 2023”, ແຂວງ ບັກນິງ ປາດຖະໜາຢາກນຳເຫດການນີ້ກາຍເປັນການເຄື່ອນໄຫວວັດທະນະທຳການທ່ອງທ່ຽວດ້ວຍຂອບຂະໜາດໃຫຍ່ ມຸ່ງໄປເຖິງການສ້າງຜະລິດຕະພັນວັດທະນະທຳ, ເຄື່ອງໝາຍວັດທະນະທຳທ່ອງທ່ຽວບັກນິງ ບົນພື້ນຖານບັນດາຄຸນຄ່າວັດທະນະທຳຂອງຊາດ; ຍູ້ແຮງບັນດາການເຄື່ອນໄຫວພົວພັນແລກປ່ຽນ, ສ້າງກາລະໂອກາດເພື່ອເຊື່ອມຕໍ່ມໍລະດົກວັດທະນະທຳກັບບັນດາທ້ອງຖິ່ນໃນທົ່ວປະເທດ, ເພີ່ມທະວີນ້ຳໃຈສາມັກຄີ, ສະໜິດຕິດພັນ, ຮ່ວມມື ແລະ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ