ໄຂ Festival ດອກໄມ້ - ຕົ້ນໄມ້ປະດັບ ຊາແດກ, ແຂວງ ດົ່ງທາບ

(VOVWORLD) - ດອກໄມ້ປະດັບ ຊາແດກ ປະຈຸບັນບໍ່ພຽງແຕ່ແມ່ນເຄື່ອງໝາຍຂອງຂະແໜງສິນຄ້າທີ່ຫຼັກແຫຼ່ງໃນຂົງເຂດກະສິກຳແຂວງດົ່ງທາບເທົ່ານັ້ນ ຫາກຍັງກາຍເປັນຊື່ເອີ້ນມີລັກສະນະເປັນສັນຍາລັກສູງ
ໄຂ Festival ດອກໄມ້ - ຕົ້ນໄມ້ປະດັບ ຊາແດກ, ແຂວງ ດົ່ງທາບ - ảnh 1

ທ່ານ ເລກວັກຟອງ, ເລຂາຄະນະພັກແຂວງ ດົ່ງທາບ

Festival ດອກໄມ້ - ຕົ້ນໄມ້ປະດັບ ຊາແດກ ຄັ້ງທີ I ປີ 2023 ດ້ວຍຫົວຂໍ້ “ນ້ຳໃຈຂອງດິນ - ນ້ຳໃຈດອກໄມ້” ໄດ້ໄຂຂຶ້ນໃນຕອນຄ່ຳວັນທີ 30 ທັນວາ, ຢູ່ສະໜາມຫຼວງນະຄອນ ຊາແດກ, ແຂວງ ດົ່ງທາບ. Festival  ແມ່ນໂອກາດເພື່ອໃຫ້ແຂວງ ດົ່ງທາບ ແນະນຳເຖິງເພື່ອນມິດທັງຢູ່ໃກ້ ແລະ ໄກກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ຄວາມງາມທີ່ເປັນເອກະລັກສະເພາະຂອງດອກໄມ້ປະດັບ ຊາແດກ.

ກ່າວຄຳເຫັນທີ່ພິທີໄຂ, ທ່ານ ເລກວັກຟອງ, ເລຂາຄະນະພັກແຂວງ ດົ່ງທາບ, ໃຫ້ຮູ້ວ່າ: ດອກໄມ້ປະດັບ ຊາແດກ ປະຈຸບັນບໍ່ພຽງແຕ່ແມ່ນເຄື່ອງໝາຍຂອງຂະແໜງສິນຄ້າທີ່ຫຼັກແຫຼ່ງໃນຂົງເຂດກະສິກຳແຂວງດົ່ງທາບເທົ່ານັ້ນ ຫາກຍັງກາຍເປັນຊື່ເອີ້ນມີລັກສະນະເປັນສັນຍາລັກສູງ; ຢັ້ງຢືນຄຸນຄ່າ, ມູນເຊື້ອ, ຄຸນນະພາບ ແລະ ຈຸດທີ່ເປັນເອກະລັກສະເພາະ.

ທ່ານນາງ ຮວິ່ງທິຮ່ວາຍທູ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ດົ່ງທາບ, ໃຫ້ຮູ້ວ່າ:

“ນີ້ແມ່ນໂອກາດເພື່ອໃຫ້ແຂວງ ດົ່ງທາບໂຄສະນາ, ແນະນຳພາບພົດທ້ອງຖິ່ນ. ແລະຜ່ານບັນດາການເຄື່ອນໄຫວຜະລິດຕົ້ນໄມ້ປະດັບ, ດອກໄມ້ປະດັບ, ການຊື້ - ຂາຍ ແລະ ພວກຂ້າພະເຈົ້າກໍ່ສ້າງເງື່ອນໄຂເພື່ອໜູນຊ່ວຍປະຊາຊົນເຂົ້າຮ່ວມພ້ອມກັນພັດທະນາການທ່ອງທ່ຽວ. ຊາວກະສິກອນຜູ້ຜະລິດຂາຍຍ່ອຍ ໄດ້ມີການເຊື່ອມຕໍ່, ເຂົ້າຮ່ວມໃນປະຊາຄົມຮ່ວມ ນັ້ນແມ່ນຊາວກະສິກອນ ຮ່ວມກັນຜະລິດດອກໄມ້, ພ້ອມກັນພັດທະນາການທ່ອງທ່ຽວ ແລະ ເຂົ້າຮ່ວມການພັດທະນາເສດຖະກິດ, ສັງຄົມຂອງທ້ອງຖິ່ນ”.

ຕອບກັບ

ຂ່າວ/ບົດ​ອື່ນ