ໄຂ Festival ດອກ​ໄມ້​​ດ່າ​ລ​າດ ຄັ້ງ​ທີ VIII ປີ 2019

(VOVWORLD) -ຕອນຄ່ຳວັນທີ 20 ທັນວາ, ຢູ່ນະຄອນດ່າລາດ ແຂວງເລິມດົ່ງ ໄດ້ໄຂງານ Festival ດອກໄມ້ດ່າລາດ ຄັ້ງທີ VIII - ປີ 2019, ເປີກສາກໃຫ້ແກ່ການເຄື່ອນໄຫວງານບຸນດອກໄມ້ ດ້ວຍຫົວຂໍ້ວ່າ “ດ່າລາດ ແລະ ດອກໄມ້”. 
ໄຂ Festival ດອກ​ໄມ້​​ດ່າ​ລ​າດ ຄັ້ງ​ທີ VIII ປີ 2019 - ảnh 1 ງານບຸນດອກໄມ້ດ່າລາດປີນີ້ ມີ 12 ລາຍການໃຫຍ່ 

ກ່ຽວກັບຈຸດໂດດເດັ່ນໃໝ່ໃນງານບຸນດອກໄມ້ຄັ້ງນີ້, ທ່ານ ໂຕນທ້ຽນຊານ ປະທານຄະນະກຳມະການປະຊາຊົນ ນະຄອນດ່າລາດ ໃຫ້ຮູ້ວ່າ:

ງານບຸນດອກໄມ້ປີນີ້ ມີຫຼາຍອັນໃໝ່ ນັ້ນແມ່ນຂອບເຂດການຈັດຕັ້ງ, ວິທີການຈັດຕັ້ງ ແລະ ຈະມີເນື້ອໃນໃໝ່ຫຼາຍຢ່າງ ເພື່ອໃຫ້ແຂກທ່ອງທ່ຽວໄດ້ຮັບຊົມ ຄືງານວາງສະແດງດອກໄມ້ສາກົນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ທີ່ມາຈາກປະເທດຍີ່ປຸ່ນ, ສາທາລະນະລັດ ເກົາຫຼີ,…

ງານບຸນດອກໄມ້ດ່າລາດປີນີ້ ມີ 12 ລາຍການໃຫຍ່ ແລະ ລາຍການຕອບສະໜອງອື່ນໆອີກ ກວ່າ 30 ລາຍການ ເຊິ່ງຈະໄດ້ດຳເນີນໃນຕະຫຼອດໄລຍະຈັດຕັ້ງງານບຸນ. ພ້ອມກັນນັ້ນ ກໍ່ແມ່ນການເຄື່ອນໄຫວ ເພື່ອແນໃສ່ເຊີດຊູ, ໂຄສະນາບັນດາຄຸນຄ່າທີ່ສູງສົ່ງຂອງດອກໄມ້ ແລະ ຂະແໜງດອກໄມ້ ດ່າລາດ.

ຕອບກັບ

ຂ່າວ/ບົດ​ອື່ນ